ມ້ອນກິນໃບມອນປ່ຽນເປັນເສັ້ນໄໝ

ມ້ອນກິນໃບມອນປ່ຽນເປັນເສັ້ນໄໝ ແລ້ວສ້າງວັດທະນະທຳພື້ນຖານການດຳລົງຊີວິດບັນດາປະຊາຊາດພາກພື້ນອາຊີ.

1. ໃບມອນສາມາດນຳໄຊ້ເປັນອາຫານມ້ອນ ແລະ ປຸງແຕ່ງເປັນຊາຂຽວໃບມອນ,

2. ໝາກມອນສຸກແມ່ນອຸດົມດ້ວຍວີຕາມິນຊີ ແລະ ສາມາດນຳໄປປຸງແຕ່ງເປັນເຄື່ອງດື່ມ ແລະ ເຫຼົ້າວາຍໝາກມອນ,

3. ມ້ອນກິນໃບມອນແລ້ວສີ່ງທີ່ຂັບຖ່າຍອອກ ແມ່ນສາມາດປຸງແຕ່ງເປັນຊາຂີ້ມ້ອນເປັນຊາລົດຄວາມດັນ ແລະ ອື່ນໆ,
4. ມ້ອນເຕີບໂຕເຕັມໄວແລ້ວ ແມ່ນໄດ້ຜົ່ນເສັ້ນໄໝອອກແລ້ວເຂົ້າຝັກກ່ອນຈະລອກຄາບເປັນແມງກະເບື້ອ,


5. ພາຍຫຼັງມ້ອນເຂົ້າກັບໄໝ ແມ່ນໄດ້ຖືກເອົາໄປຕົ້ມໃນໝໍ້ນໍ້າຮ້ອນ ສາວໄໝ ແລະ ຕົວດັກແດ້ກໍເປັນອາຫານທີ່ອຸດົມດ້ວຍແຫຼ່ງໂປຣຕີນ,
6. ກັບດັກແດ້ແກ່ທີ່ບໍສາມາດສາວໄໝໄດ້ ກໍສາມາດປຸງແຕ່ງເປັນສ່ວນປະກອບເສັ້ນໄຍທຳມະຊາດຂອງສະບູຂັດຜິວ,

7. ເສັ້ນໄຍໄໝທຳມະຊາດ ແມ່ນໄດ້ຖືກນຳໄປຕໍ່າເປັນຜ້າໄໝ ດ້ວຍການຍ້ອມສີທຳມະຊາດໄດ້ຢ່າງຫຼາກຫຼາຍ ເປັນສ່ວນໜື່ງໃນວັດທະນະທຳການໜຸ່ງຖືຂອງພວກເຮົາ,
8. ເສັ້ນໄໝເປັນສ່ວນສຳຄັນໃນການເຊື່ອມສານດ້ານເສດຖະກິດວັດທະນະທຳ ແລະ ການຄ້າລະຫວ່າງປະເທດ “ເສັ້ນທາງສາຍໄໝ”.