ມື້ນີ້ (15 ມິຖຸນາ 2021) ສູນຂໍ້ມູນ ໂ ຄ ວິ ດ – 19 ຂອງປະເທດໄທ ໄດ້ລາຍງານສະຖານະການການແພ່ລະບາດຂອງ ໂ ຄ ວິ ດ – 19 ພາຍໃນປະເທດພົບຜູ້ຕິດເຊື້ອເພີ່ມ 3000 ຄົນ, ເປັນການຕິດເຊື້ອໃໝ່ 2,360 ຄົນ ແລະ ຕິດເຊື້ອພາຍໃນເຮືອນຈຳຜູ້ຕ້ອງຂັງ 640 ຄົນ. ລວມແລ້ວຍອດຜູ້ຕິດເຊື້ອສະສົມທັງໝົດຂອງປະເທດໄທຢູ່ທີ່ 202,264 ຄົນ, ເສຍຊີວິດແລ້ວ 1,485 ຄົນ ແລະ ປິ່ນປົວຫາຍດີແລ້ວ 157,944 ຄົນ.

ສະຖານະການການແພ່ລະບາດຂອງ ໂ ຄ ວິ ດ – 19 ໃນປະເທດໄທຍັງຖືໄດ້ວ່າຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ມີທ່າອ່ຽງວ່າຈະຫຼຸດລົງ.

ຂໍ້ມູນ: naewna.