ສະບາຍດີພໍ່ແມ່ພີ່ນ້ອງທຸກທ່ານທີ່ຕິດຕາມການຊ່ວຍເຫຼືອຂອງຂ້າພະເຈົ້າ…ຕາມທີ່ໄດ້ແຈ້ງວ່າມີຄົນເລາະຂາຍລູກເພື່ອນຳເງີນມາຮັກສາປີ່ນປົວແມ່ ຄວາມຈີງແມ່ນສອງຄົນນີ້ສ້າງສະຖານະການຂື້ນມາເພື່ອໃຫ້ຄົນອື່ນອີ່ຕົນສົງສານແລ້ວໃຫ້ເງີນ ສະຫລຸບແລ້ວຜູ້ກ່ຽວເປັນຄົນຕົ້ມຕຸ່ນຫລອກລວງ 18ມົງກຸດ

ຜູ້ຍີງສະຕິບໍ່ດີ ສ່ວນຜູ້ຊາຍຕິດຢາບ້າ ແມ່ຂອງຜູ້ກ່ຽວສະບາຍດີ ຕອນນີ້ຢູ່ເມືອງພີນ ບໍ່ໄດ້ມາປີ່ນປົວຮັກສາຢູ່ໂຮງໝໍແຂວງ ຂ້າພະເຈົ້າໄດ້ຕັກເຕືອນແລະນຳສົ່ງຜູ້ກ່ຽວກັບບ້ານແລ້ວ ຊື້ເຄື່ອງຊື້ຂອງໃຫ້ລູກລາວ.

ບອກຜູ້ກ່ຽວວ່າຢ່າເຮັດແບບນີ້ອີກ ຖ້າເຫັນມາຕົວະອີກຈະສົ່ງໃຫ້ເຈົ້າໜ້າທີ່ຕຳຫລວດ ດັ່ງນັ້ນຈື່ງຂໍແຈ້ງມາເຖີງພໍ່ແມ່ພີ່ນ້ອງທຸກຄົນໃຫ້ມີສະຕິລະວັງຕົວວ່າສັງຄົມທຸກມື້ນີ້ຫນ້າຢ້ານກົວຫຼາຍໃຊ້ເດັກນ້ອຍເປັນເຄື່ອງມືຫາເງີນ

ເສຍເວລາຫມົດມື້ກັບເຄດນີ້😅😤🙏
ທີ່ມາ
