ຕາມຂ່າວຈາກ ວໍຊີງຕັນ,ວັນທີ18ເມສານີ້,ສູນຄວບຄຸມ ແລະ ປ້ອງກັນ ພະຍາດຂອງ ສ.ອາເມລິກາ ເປີດເຜີຍວ່າ: ນັບແຕ່ວັນທີ14ທັນວາ ປີກາຍນີ້ ຫາວັນທີ17ເມສາປີນີ້ ປະຊາຊົນ ຂອງ ສ.ອາເມລິກາ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19ແລ້ວ 205.871.913 ຫລອດ ຈາກທີ່ມີ ການກະຈາຍວັກຊິນ ໄປແລ້ວ ຢ່າງໜ້ອຍ 264.499.715 ຫລອດ.

ຂະນະທີ່ ຈາກຈຳນວນ ຜູ້ໄດ້ຮັບວັກຊິນ ທັງໝົດ ມີຢ່າງໜ້ອຍ 129.494.179ຄົນ ໄດ້ຮັບວັກຊິນ ເຂັມທຳອິດແລ້ວ ແລະ 82.471.151ຄົນ ຈາກຈຳນວນ ປະຊາກອນ ທົ່ວປະເທດ ປະມານ 332 ລ້ານຄົນ ໄດ້ຮັບວັກຊິນຄົບ 2ເຂັມ ເຊິ່ງເປັນວັກຊິນ ຂອງໄຟເຊີ/ໄບໂອເອັນເທັກ ແລະ ໂມເດີຣນາ.
ສ່ວນວັກຊິນ ແບບສັກ ເຂັມດຽວ ຂອງຈອນສັນ ແອນຈອນສັນ ຖືກຢຸດໃຊ້ຊົ່ວຄາວ. ແຕ່ຢ່າງໃດກໍ່ຕາມ ສ.ອາເມລິກາ ຍັງຄົງ ເປັນປະເທດ ທີ່ມີຜູ້ຕິດເຊື້ອໂຄວິດ-19 ສະສົມ ຫລາຍທີ່ສຸດ ໃນໂລກ 32 ລ້ານກວ່າຄົນ,ຮັບການປິ່ນປົວ ດີແລ້ວ ເກືອບ 25 ລ້ານຄົນ ແລະ ເສຍຊີວິດ 850.000 ກວ່າຄົນ./.