ຂ່າວທົ່ວໄປ

ອອກຄຳສັ່ງດ່ວນ!.. ສັ່ງປິດບ້ານ ຄົນໃນຫ້າມອອກ – ຄົນນອກ ຫ້າມເຂົ້າ

ຄຳສັ່ງດ່ວນ: ເຈົ້າເມືອງລະຄອນເພັງ ອອກຄຳສັ່ງປິດ 3 ບ້ານ (ບ້ານຊະນົມ, ບ້ານ ໂຮງສາຍທອງ ແລະ ບ້ານ ປາກຕາພານ) ຫ້າມ ເຂົ້າ-ອອກ ຈາກຜູ້ຕິດເຊື້ອ ໂຄວິດ-19 ກໍລະນີທີ່ 54

1. ໃຫ້ອຳນາດການປົກຄອງບ້ານ ທີ່ຂຶ້ນກັບເມືອງລະຄອນເພັງ ແຂວງສາລະວັນ ທັງ 3 ບ້ານປິດການເຂົ້າອອກ ຕັ້ງແຕ່ວັນທີ 17 ເມສາ 2021 ເປັນຕົ້ນໄປ ເພື່ອລໍຖ້າຜົນກວດຜູ້ໃກ້ຊິດ ສຳຜັດກັບຜູ້ຕິດເຊື້ອກໍລະນີທີ 54 (ລັກຂ້າມມາ)

2. ຫ້າມທຸກກໍລະນີທັງ 3 ບ້ານ ໄປມາຫາສູກັນ (ຍົກເວັ້ນໄປທຳການຜະລິດ-ຊອກຢູ່ຫາກິນ ແຕ່ຕ້ອງຢູ່ໃນຂອບເຂດບ້ານຂອງຕົນ ຫຼີກລ່ຽງການພົບປະກັບຄົນອື່ນ)

3. ຫາກສົງໃສວ່າຕົນເອງໄດ້ສຳຜັດກັບບຸກຄົນທີ່ສົງໃສ ແມ່ນໃຫ້ຈຳກັດຕົວເອງຢູ່ເຮືອນ ຖ້າມີອາການທີ່ໜ້າສົງໃສ ໃຫ້ແຈ້ງຄະນະສະເພາະກິດຂັ້ນແຂວງ

4. ປິດການຮຽນການສອນຊົ່ວຄາວ

5. ການບໍລິການລົດໂດຍສານປິດຊົ່ວຄາວເພາະຄົນໆດຽວທີ່ຖືເບົາເລີນເລີ້ ທັງຄອບຄົວບໍ່ເປັນເຈົ້າການ ເຮັດໃຫ້ສັງຄົມຕ້ອງພົບກັບຄວາມຫຍຸ້ງຍາກຫາກວ່າໃຫ້ຮັບຜິດຊອບກໍ່ຄົງບໍ່ໄຫວຝາກເຖິງ ບໍ່ວ່າຜູ້ທີ່ຈະເຂົ້າມາປະເທດບໍ່ວ່າກໍລະນີໃດໆ ທັງຄອບຄົວກໍ່ຄວນເປັນເຈົ້າການ ຄວນແຈ້ງຕໍ່ອຳນາດການປົກຄອງບ້ານ ຢູ່ທີ່ຫ່າງໄກຊຸມຊົນກັກຕົວເອງ ຫຼື ໃຫ້ທີມແພດສະເພາະກິດກວດຫາເຊື້ອເສຍກ່ອນ ບັນຫາຄົງບໍ່ເກີດຫາທຸກຄົນເປັນເຈົ້າການ ແລະ ຮ່ວມໃຈກັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button