ຂ່າວທົ່ວໄປ

ຂໍພອນຈາກພຣະພຸດທະເຈົ້າໃຫຍ່ປາງປະທານພອນສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ🙏 ຕອນນີ້ທຸກຄົນຢາກຂໍພອນຫຍັງຫຼາຍທີ່ສຸດ? ມື້ນີ້ແອັດຈະພາທຸກຄົນ ມາຂໍພອນ

ປາຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ🙏 ຕອນນີ້ທຸກຄົນຢາກຂໍພອນຫຍັງຫຼາຍທີ່ສຸດ? ມື້ນີ້ແອັດຈະພາທຸກຄົນ ມາຂໍພອນ

ພຣະພຸດທະເຈົ້າໃຫຍ່ປາງປະທານພອນ ເປັນພຣະເຈົ້າໃຫຍ່ອົງໜຶ່ງ ທີ່ມີຄວາມໝາຍວ່າ: ພຣະພຸດທະຮູບ ສະແດງອິດທິປະຕິຫານ (ປະທານພອນ) ເປັນພຣະພຸດທະຮູບ ຢູ່ໃນອະລິຍະບົດຢືນ ພະຫັດຊ້າຍຍົກຂຶ້ນ (ມືຊ້າຍ) ,

ພະຫັດຂວາຢ່ອນລົງ (ຢ່ອນລົງແນບຂ້າງກາຍ), ມືເບື້ອງຊ້າຍຍົກແບບສະບັດເປັນວົງມົນເຊິ່ງມີຄວາມໝາຍວ່າ ມີຄວາມຍິນດີ ໃນເມື່ອຜູ້ອື່ນໄດ້ມີ ຄວາມເຄົາລົບຕໍ່ພຣະອົງ, ສ່ວນມືເບື້ອງຂວາແບນມືຢ່ອນລົງ ແມ່ນການປະທານພອນ ໃຫ້ໄຜ່ຟ້າລາຊະດອນທັງຫຼາຍທີ່ໄດັ ປາຖະໜາສິ່ງໃດກໍ່ຂໍໃຫ້ໄດັດັ່ງຄວາມປາຖະໜາທຸກສິ່ງທຸກອັນ.

ຄັ້ງໜື່ງໃນຊີວິດ ຕ້ອງຫາໂອກາດໄປກາບໄຫວ້ພຣະພຸດທະເຈົ້າໃຫຍ່ ໃຫ້ເພີ່ນປະທານພອນໃຫ້ເດີ້.

📍 ວັດພູທອກ ຕັ້ງຢູ່ ບ້ານ ທ່ານາ, ເມືອງ ໄຊຍະບູລີ, ແຂວງໄຊຍະບູລີ (ຫ່າງຈາກໂຕເມືອງປະມານ 3 ກິໂລແມັດ) ຂອບໃຈຂໍ້ມູນຈາກ:

ພະແນກທ່ອງທ່ຽວແຂວງໄຊຍະບູລີຮູບພາບຈາກ: Te Didaravong ແລະ ພະແນກທ່ອງທ່ຽວແຂວງໄຊຍະບູລີ

#ລາວທ່ຽວລາວ

#ທ່ຽວລາວທ່ຽວເລີຍ

#ພຣະພຸດທະເຈົ້າໃຫຍ່ປາງປະທານພອນ

#ບ້ານສວນ

#ວັດພູທອກ

#ເມືອງໄຊຍະບູລີ

#ແຂວງໄຊຍະບູລີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button