ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງ ຈະຖືກປັບໃໝສູງສຸດ 10 ລ້ານກີບ22/04/2021 16:20ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ນັບມື້ຮຸນແຮງຂຶ້ນ ແລະ ແພ່ລາມໄປຍັງບັນດາປະເທດຕ່າງໆໃນໂລກ.

ສຳລັບ ສປປ ລາວກໍມີຜູ້ຕິດເຊື້ອສະສົມຫລາຍສິບຄົນແລ້ວ ແຕ່ໂຊກດີທີ່ຍັງບໍ່ມີກໍລະນີເສຍຊີວິດ ເພື່ອ ຄວາມປອດໄພ ປະຊາຊົນພາຍໃນປະເທດມີຄວາມຕ້ອງການນຳໃຊ້ສິນຄ້າອຸປະກອນການແພດຫລາຍຂຶ້ນ ເປັນຕົ້ນຜ້າອັດປາກ ແຕ່ໃນເວລາດຽວກັນພໍ່ຄ້າຊາວຂາຍຈຳໜຶ່ງກັບສວຍໂອກາດນີ້ຂຶ້ນລາຄາເປັນຫລາຍທົບຈາກປົກກະຕິ.

ຍ້ອນອນຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ສູງຂຶ້ນເຮັດໃຫ້ ພໍ່ຄ້າແມ່ຄ້າຫົວໃສຈໍານວນໜຶ່ງ ປັບຂຶ້ນລາຄາສິນຄ້າຕາມລຳພັງ ໂດຍສະເພາະຜະລິດຕະພັນທາງການແພດ ເຊັ່ນ: ຜ້າອັດປາກ ເນື່ອງຈາກສີນຄ້າຂາດຕະຫລາດ ແລະ ຫາຊື້ໄດ້ຍາກ.
ແຕ່ທ່ານຮູ້ບໍວ່າ ການສວຍໂອກາດຂຶ້ນລາຄາສິນຄ້າ ໃນສະຖານະການບ້ານເມືອງພົບຄວາມຫຍຸ້ງຍາກ ຫລື ວີກິດແມ່ນມີຄວາມຜິດທາງກົດໝາຍອາຍາຕາມມາດຕາ 277 ແລະ ມາດຕາ 278 ດັ່ງນີ້:
ມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ: ບຸກຄົນໃດ ຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫລື ໄດ້ຂາຍສິນ ຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫລື ໃນເວລາທີ່ມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນ ໃດໜຶ່ງ ຈະຖືກລົງໂທດຕັດອິດສະຫລະພາບແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ10.000.000 ກີບ.
ມາດຕາ 278 ການກັກຕຸນສິນຄ້າ: ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າ ໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫລືຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະຖືກລົງໂທດຕັດອິດສະຫລະພາບແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່10.000.000 ກີບ ຫາ 50.000.000 ກີບ.
ຂະນະທີ່, ກະຊວງສາທາລະນະສຸກ, ກົມອາຫານ ແລະ ຢາ ກໍ່ໄດ້ອອກມາແຈ້ງການ ສະບັບເລກທີ 1012/ກອຢ ລົງວັນທີ 3 ກຸມພາ 2020 ເຖິງຫົວໜ້າພະແນກສາທາລະນະສຸກ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ຫ້າມຂຶ້ນລາຄາຢາ ແລະ ຜະລິດຕະພັນການແພດ ທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດຮຸນແຮງ ທີ່ເກີດຂຶ້ນຈາກເຊື້ອຈຸລະໂຣກໄວຣັສ ສາຍພັນໃໝ່.
ຖ້າກວດພົບເຫັນຜູ້ລະເມີດແມ່ນຈະຖືກປັບໃໝຕາມລະບຽບການ.