ອົງການ ການຢາແຫ່ງ ສະຫະພາບ ເອີຣົບ(Ema) ລະບຸ ໃນວັນທີ21ເມສານີ້ວ່າ: ກວດພົບ ການເກີດ ສະພາວະ ຫລອດເລືອດ ອຸດຕັນ ຈາກການໄດ້ຮັບ ວັກຊິນ ປ້ອງກັນ ໂຄວິດ-19 ຫລາຍກວ່າ 300 ກໍລະນີ ທົ່ວໂລກ


ຈາກການສັກ ວັກຊິນຂອງ ແອສຕຣາເຊເນກາ/ອ໋ອກສຟ໋ອດ,ວັກຊິນ ຂອງຈອນສັນ ແອນ ຈອນສັນ ແລະ ວັກຊິນ ຂອງໂມເດີນາ ແຕ່ຢ່າງໃດກໍ່ຕາມ ອີເອັມເອ ຍັງຄົງ ເຊື້ອໝັ້ນວ່າ:

ຄຸນປະໂຫຍດ ແລະ ຜົນດ້ານບວກ ຂອງວັກຊິນ ປ້ອງກັນ ໂຄວິດ-19 ຍັງຄົງມີ ປະສິດທິພາບ ຕ້ານໂຄວິດ-19 ແລະ ຍັງນຳໃຊ້ໄດ້ ທົ່ວໄປ./.ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
