ຄວາມຈິງກຳລັງຊັດເຈນຂື້ນເລື່ອງທີວ່າມີຄົນລັກລອບເຂົ້າມາທ່ຽວລາວ.

ເຈົ້າໜ້າທີ່ຕຳຫລວດແຂວງສະຫວັນນະເຂດຕິດCovid-19 ຊື່ທ້າວສີສະຫວັນ ບ້ານໂພນສະຫ່ວງໃຕ້ ເມືອງໄກສອນ ໃນຟອມກວດຜູ້ກ່ຽວບອກວ່າໃກ້ສິດກັບນາງຕີນ່າ ຜູ້ຕິດໂຄວິດກໍລະນີທີ່59.

ຄວາມຈິງຜູ້ກ່ຽວຮູ້ຈັກກັບຊາຍໄທທີ່ລັກຂ້າມມາສະຫວັນຕອນນາງຕີນ່າລົງໄປສະຫວັນຫາເອື້ອຍຮັກ ຜູ້ກ່ຽວກໍໄປນຳໄປຫລີ້ນໄປທ່ຽວນຳກັນ ຈົນຕິດເຊື້ອ ແລະ ອາດແຜ່ເຊື້ອໄປວົງກ້ວາງແລ້ວ.

ຄຳຖາມຈາກສັງຄົມຄຶເປັນເຖິງເຈົ້າໜ້າທີ່ ປ່ອຍປະລະເລີຍ ຮູ້ວ່າເຂົາລັກຂ້າມມາ ເຂົາມາຈາກປະເທດກຳລັງມີການລະບາດຂອງໂຄວິດ ບໍ່ດຳເນິນຄະດີກັບເຂົາ ຍັງໄປຫລີ້ນໄປທ່ຽວນຳ ແບບນີ້ຖືວ່າທຳຜິດວິໃນຮ້າຍແຮງ ເລື່ອງນີ້ຜູ້ບັງຄັບບັນຊາຂອງຜູ້ກ່ຽວຕ້ອງຊີ້ແຈງຕໍ່ປະຊາຊົນແຂວງສະຫວັນນະເຂດ ແລະ ປະຊາຊົນລາວທົ່ວປະເທດ.

Related Posts

Leave a Reply

Your email address will not be published. Required fields are marked *