JDB ມອບເຂົ້າສານໜຽວ ມູນຄ່າ 22.750.000 ກີບ ໃຫ້ອົງການໄອຍະການ ປະຊາຊົນສູງສຸດ ໃນໄລຍະການລະບາດຂອງພະຍາດໂຄວິດ-19.

ໃນຕອນເຊົ້າ ວັນທີ 28 ມິຖຸນາ 2021 ອົງການໄອຍະການ ປະຊາຊົນສູງສຸດ ໄດ້ມີພິທີມອບ-ຮັບ ເຂົ້າສານໜຽວ ຈາກທະນາຄານຮ່ວມພັດທະນາ ຫຼື JDB ໂດຍການເຂົ້າຮ່ວມຂອງ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ, ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ແລະ ທ່ານ ປອ. ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະ ໄດ້ນໍາເອົາເຂົ້າສານໜຽວ ຈໍານວນ 350 ຖົງ ຫຼື 1,750 ກິໂລກະລາມ ມູນຄ່າ 22.750.000 ກີບ ( ຊາວສອງລ້ານເຈັດແສນຫ້າສີບພັນກີບ ) ມາມອບໃຫ້ ອົງການໄອຍະການ ປະຊາຊົນສູງສຸດ.

ຕາງໜ້າຄະນະບໍລິຫານ ທະນາຄານຮ່ວມພັດທະນາ ໃຫ້ກຽດມອບໃນຄັ້ງນີ້ ໂດບ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຈາກອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະຜູ້ບໍລິຫານ ຈາກທະນາຄານຮ່ວມພັດທະນາ ກໍໄດ້ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະ ທີ່ມີຄວາມເປັນຫ່ວງເປັນໄຍ ໃຫ້ການປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈ ທີ່ໄດ້ປະກອບສ່ວນເຂົ້າສານ ຈໍານວນດັ່ງກ່າວ ເພື່ອຊ່ວຍເຫຼືອຊຸກຍູ້ ພະນັກງານ ໄອຍະການປະຊາຊົນ ໃນໄລຍະການລະບາດຂອງພະຍາດ ໂຄວິດ 19 ທີ່ໄດ້ຮັບຜົນກະທົບ ຈາກນັ້ນ, ທ່ານຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ກໍໄດ້ມອບໃບສົມມະນາຄຸນໃຫ້ກັບ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ຕໍ່ການຊຸກຍູ້ດັ່ງກ່າວ.
