ຊີວິດທີ່ຟືດເຄືອງຂຶ້ນຊ່ວງນີ້ ຈາກລັອກດາວຍາວກ້າວສູ່ຄ່າໄຟແພງຂື້ນ ງານບໍ່ເດີນ ເງີນບໍ່ໄດ້

ການລັອກດາວ ຍ້ອນການລະບາດໃນຊຸມຊົນຂອງພະຍາດໂຄວິດ-19 ແກ່ຍາວກວ່າ 2 ເດືອນໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ມີຊີວິດທີ່ຟືດເຄືອງຂຶ້ນ ບວກໃສ່ບັນຫາຄ່າໄຟສູງກວ່າປົກກະຕິ ນັ້ນຍິ່ງສ້າງຄວາມລຳບາກໃຈບໍ່ໜ້ອຍຕໍ່ປະຊາຊົນໃນວົງກວ້າງ.

ການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້ນັບແຕ່ຫຼັງປີໃໝ່ລາວ ພສ. 2564 ມາຮອດວັນທີ 28 ມິຖຸນາ ນັ້ນບໍ່ມີທ່າທີ່ຈະຢຸດເຫຼືອສູນໄດ້ເທື່ອ ເຖິງວ່າຈຳນວນຂອງຜູ້ຕິດເຊື້ອໄດ້ຫຼຸດລົງ ໃນລະດັບທີ່ແນ່ນອນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມແລ້ວ 2101 ຄົນເຊິ່ງເປັນເຫດໃຫ້ຕ້ອງມີການໃຊ້ມາດຕະການ ໃນການຄວບຄຸມແລະປ້ອງກັນຂອງທາງການທີ່ເອີ້ນວ່າ “ລັອກດາວ” ແກ່ຍາວກວ່າ 2 ເດືອນ.

ແນ່ນອນການລັອກດາວໄດ້ສ້າງຜົນກະທົບຕໍ່ເສດຖະກິດ ແລະ ຊີວິດຂອງປະຊາຊົນທາງກົງ ໂດຍສະເພາະຜູ້ທີ່ຫາເຊົ້າກິນຄໍ່າ, ຜູ້ທີ່ຈັດໄດ້ວ່າ ແຮງງານນອກລະບົບ ທີ່ໝາຍເຖິງເມື່ອບໍ່ມີວຽກເຮັດ ກໍບໍ່ມີຫຍັງມາຄໍ້າປະກັນເລີຍ, ບໍ່ມີວຽກກໍບໍ່ມີລາຍໄດ້ມາຄໍ້າຈູນຄອບຄົວ.

ບັນຫານີ້ແມ່ນໜັກໜ່ວງ ຜູ້ທີ່ມາສ່ຽງໂຊກໃນເມືອງໃຫຍ່ອາໄສການອອກແຮງງານເປັນຕົ້ນຕໍນັ້ນ ຖ້າບໍ່ມີວຽກກໍໝາຍວ່າ ຄາດແຄນແມ່ນແຕ່ອາຫານການກິນເລີຍ ເຊິ່ງນັບແຕ່ການລັອກດາວມານີ້ ພວກເຮົາສາມາດເຫັນຫຼາຍໆກໍລະນີຜ່ານສື່ສັງຄົມ ທີ່ຜູ້ຄົນຮ້ອງຂໍຄວາມຊ່ວຍເຫຼືອໂດຍສະເພາະອາຫານການກິນປະທັງຊີວິດໄປແຕ່ລະມື້ ດັ່ງທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາຍງານຫວ່າງ ບໍ່ດົນຜ່ານມາມີແຮງງານຈຳນວນປະມານ 130.000 ຄົນຖືກໂຈະວຽກ.

ຜູ້ຂຽນມີເພື່ອນບ້ານຜູ້ທີ່ເປັນແມ່ລ້ຽງດ່ຽວລູກສອງ ລາວມີວຽກປະຈຳຄື ຊ່ວຍວຽກຢູ່ຮ້ານອາຫານ ແລະ ໂຮງແຮມ ແຕ່ຍ້ອນລັອກດາວລາວຈຶ່ງບໍ່ມີວຽກເຮັດ. ລາວມີຄວາມອຸກອັ່ງໃຈຫຼາຍ ວ່າຈະເອົາເງິນໃສມາເພື່ອຊື້ອາຫານທີ່ພຽງພໍໃຫ້ລູກທັງສອງ ແລະ ຕົນເອງກິນ ຍ້ອນບໍ່ມີວຽກເຮັດ ຕອນມີວຽກເຮັດກໍພໍແຕ່ເອົາຕົວລອດແຕ່ລະເດືອນ ຍ້ອນເງິນເດືອນໜ້ອຍຍິ່ງບໍ່ມີເງິນເດືອນເລີຍ ກໍຍິ່ງລຳບາກຂຶ້ນຫຼາຍເທົ່າ ເຊິ່ງຊີວິດລາວກໍເປັນໜຶ່ງໃນຈຳນວນຫຼາຍໆຄົນ ທີ່ໄດ້ຮັບຜົນກະທົບຈາກການລັອກດາວ.

ແຕ່ແນວໃດກໍຕາມ ມາຮອດປັດຈຸບັນ ໂດຍສະເພາະຄ່າໄຟຂອງເດືອນພຶດສະພາ ຫາ ເດືອນມິຖຸນາ 2021 ປະຊາຊົນຈົ່ມວ່າຄ່າໄຟເພີ່ມຂຶ້ນສອງສາມທົບທຽບໃສ່ປົກກະຕິທີ່ເຄີຍເສຍ, ຜູ້ທີ່ເຄີຍເສຍຈາກ 2 ແສນກີບຕໍ່ເດືອນກໍເປັນ 6-7 ແສນກີບເຊິ່ງເຮັດໃຫ້ປະຊາຊົນທີ່ມີຊີວິດຝືດເຄືອງຢູ່ແລ້ວນັ້ນ ກໍຍິ່ງຕື່ນຕົກໃຈ ເມື່ອເຫັນຄ່າໄຟບອກແຈ້ງຕາມບິນ, ບາງຄົນກໍສູງເກີນຄວາມເປັນຈິງຫຼາຍເທົ່າ.

ແນ່ນອນ, ເມື່ອໃຫ້ຜູ້ຄົນຢູ່ເຮືອນໃຜມັນເປັນເວລາຫຼາຍອາທິດຕິດຕໍ່ກັນ ນັ້ນການຊົມໃຊ້ນໍ້າປະປາ ແລະ ໄຟຟ້າຍິ່ງສູງຂຶ້ນກວ່າປົກກະຕິ ເພາະສະນັ້ນລັດຖະບານຈຶ່ງຖືວ່າ ການຜ່ອນຜັນການເກັບຄ່ານໍ້າ-ຄ່າໄຟໃນຊ່ວງລັອກດາວນີ້ຖືເປັນບູລິມະສິດໜຶ່ງ ທີ່ຈະຊ່ວຍເຫຼືອປະຊາຊົນໂດຍສະເພາະໄຟຟ້າ ໃຫ້ສັນຍາວ່າຈະຫຼຸດຄ່າໄຟລົງ 3%.

ເຖິງວ່າສິ່ງດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍໄດ້ຮັບຜົນກະທົບຢ່າງໜັກແຕ່ກໍເຊື່ອໝັ້ນວ່າລັດຖະບານຈະຮີບຮ້ອນໃນການແກ້ໄຂຊ່ວຍປະຊາຊົນ. ນະໂຍບາຍໃດກໍດີ ທີ່ສາມາດຈັບຕ້ອງໄດ້ໃນເບື້ອງການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະກຸ່ມຄົນທີ່ມີຄວາມທຸກຍາກຂາດເຂີນ. ຄຽງຄູ່ກັນນັ້ນການມີນະໂຍບາຍທີ່ຜ່ອນຜັນຕໍ່ປະຊາຊົນ ໂດຍສະເພາະຄ່ານໍ້າຄ່າໄຟ ກໍຂໍໃຫ້ເຫັນປະຈັກຕາເຊິ່ງຈະສາມາດສ້າງຄວາມເຊື່ອຂອງປະຊາຊົນຍິ່ງຂຶ້ນ

ພ້ອມກັນນັ້ນພວກເຮົາກໍເຂົ້າໃຈດີວ່າ ເສດຖະກິດຂອງປະເທດກຳລັງຝືດເຄືອງ, ລາຍຮັບບໍ່ສາມາດບັນລຸເປົ້າ ແລະ ໜີ້ສິນເພີ່ມທະວີແຕ່ກໍເຊື່ອໝັ້ນຕໍ່ລັດຖະບານ ທີ່ຖືຄຳຂັວນວ່າ “ເວົ້າແທ້ທຳຈິງ” ນັ້ນຈະສາມາດນຳພາປະຊາຊົນ ແລະ ປະເທດຜ່ານພົ້ນວິກິດທີ່ສຳຄັນຂອງຊາດຄັ້ງນີ້ໄປໄດ້..

Related Posts

Leave a Reply

Your email address will not be published. Required fields are marked *