ຂ່າວທົ່ວໄປ

ຂ່າວດ່ວນ!! ເກີດອຸບັດເຫດ​ລົດບັນທຸກ 12 ລໍ້ບັນທຸກໝູປີ້ນ ເຂດພູ 9 ຫລັກ ເສຍຊີວິດ​ຄາທີ່ 1 ຄົນ

ຂ່າວດ່າວ!! ເກີດອຸບັດເຫດ​ລົດບັນທຸກ 12 ລໍ້ບັນທຸກໝູປີ້ນ ເຂດພູ 9 ຫລັກ ເສຍຊີວິດ​ຄາທີ່ 1 ຄົນ

ໃນວັນທີ 24.04.2021 ເວລາ 05:50 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດບັນທຸກ 12 ລໍ້ ຊຶ່ງບັນທຸກໝູເສຍຫລັກປີ້ນຢູ່ເສັ້ນທາງບ້ານນາເມືອງ ເມືອງນານ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ 01ຄົນ ຊື່: ທ້າວ ວັນຜາລີ ຈັນແພງສີ ອາຍຸ 44 ປີ ບ້ານຢູ່ປັດຈຸບັນບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ.

ທາງຫນ່ວຍ​ກູ້ຊີບອົງກ​ານກາແດງລາວ​ແຂວ​ງຫລວງພະບາງ​ໄດ້ທຳການຫໍ່ສົບແລ້ວມອບໃຫ້ລົດກູ້ໄພແຂວງວຽງຈັນນຳສົ່ງບ້ານຂອງຜູ້ເສຍຊີວິດ.

#ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ.

ທີ່ມາ:

Related Articles

Leave a Reply

Your email address will not be published. Required fields are marked *

Back to top button