ສາວຊວນມີເຊັກຫນຸ່ມໃຫຍ່ບໍ່ຍອມຮ່ວມມີເຊັກ ເອົາມີດຊາມູໄລຟັນ….. ເກີດເຫດຍິງສາວບໍ່ພໍໃຈຊວນຫນຸ່ມມີເຊັກນຳ ແຕ່ຝ່າຍຊາຍບໍ່ຍິນຍອມຈຶ່ງເກີດອາການໂມໂຫ ໃຊ້ມີດຊາມູໄລຟັນແຕ່ໂຊກດີບໍ່ຖືກ. ເບື້ອງຕົ້ນຄົນຖ່າຍຄລີບເລົ່າວ່າ:ຕົນເອງກັບຜູ້ກໍ່ເຫດເຄີຍຮູ້ຈັກແລະຕ່າງຄົນຕ່າງມີແຟນ ຕໍ່ມາຜູ້ກໍ່ເຫດໄດ້ຂໍມີເພດສຳພັນ ກັບແຟນຂອງຕົນແຕ່ຝ່າຍຊາຍບ່າຍບ່ຽງມາຕະຫລອດ ແລະ ມີບັນຫາກັນສະເຫມີມາສຸດທ້າຍບໍ່ໄຫວ ຈິ່ງຍ້າຍມາຈາກກຣຸງເທບ ມາຢູ່ທີ່ຈັງຫວັດເພັດຊະບູນ. ຕໍ່ມາຜູ້ກໍ່ເຫດຊາບວ່າທັງຄູ່ຍ້າຍມາຈັງຫວັດເພັດຊະບູນ ຈຶ່ງໄດ້ຕາມມາເຖີງທີ່ ແລະ ກໍ່ໄດ້ມາຂໍມີເຊັກກັບແຟນຂອງຕົນອີກໃນເຮືອນແຕ່ຝ່າຍຊາຍກໍ່ປະຕິເສດ ຜູ້ກໍ່ເຫດເກີດອາການໂມໂຫຈຶ່ງໄດ້ໃຊ້ມີດຊາມູໄລຟັນ ແລະ ເຂົ້າທຳຮ້າຍຮ່າງກາຍເປັນໄປຕາມຄລີບທີ່ປາກົດ ແລະ ດ້ວຍຄວາມກັງວົນຈຶ່ງຍ້າຍບ້ານໄປຢູ່ທີ່ໃຫມ່ເພື່ອຄວມາປອດໄພ. *ແຕ່ນີ້ເປັນພຽງຄຳກ່າວອ້າງພຽງຝ່າຍດຽວຕ້ອງລໍຝ່າຍຍິງອອກມາຊີ້ແຈງອີກຄັ້ງເພື່ອຟັງທັງສອງກ້ຳສອງຝ່າຍຕໍ່ໄປ. ຊົມຄຼິບ ທີ່ມາ : ໄລ່ຕາມກະແສຂ່າວ
Read More »Monthly Archives: March 2021
ຍິງປຶນນັດດຽວ ໄດ້ນົກສອງໂຕ ຈີນທຸ່ມງົບ 1 ລ້ານລ້ານໂດລາ ສ້າງເສັ້ນທາງສາຍໄໝຂົ້ວໂລກເໜືອ
ນີ້ເປັນເສັ້ນທາງສາຍໄໝຢູ່ຂົ້ວໂລກເໜືອ ທີ່ເປັນທາງອອກໃຫ້ຈີນ ແລະອາຊີ ທີ່ບໍ່ຕ້ອງເພິ່ງພາການເດີນເຮືອທີ່ຄອງສຸເອດ
Read More »ປະເທດເວເນຊູເອລາ ສະເໜີໃຊ້ນ້ຳມັນ ຊື້ວັກຊິນປ້ອງກັນໂ ຄວິ ດ-19 ແທນເງິນສົດ
ເວເນຊູເອລາ ສະເໜີໃຊ້ນ້ຳມັນ ຊື້ວັກຊິນປ້ອງກັນໂຄວິດ-19 ແທນເງິນສົດ. ຕາມຂ່າວຈາກໄທໄທ, ວັນທີ 29 ມີນາ 2021 ນີ້, ທ່ານ ນິໂຄລັດສ ມາດູໂຣ, ປະທານາທິບໍດີ ເວເນຊູເອລາ ສະເໜີ ແຜນການໃຊ້ຈ່າຍ ຄ່າວັກຊິນ ປ້ອງກັນ ໂຄວິດ-19 ດ້ວຍນ້ຳມັນ ແແທນເງິນສົດ. ຫຼັງຈາກ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19 ຈາກ ຈີນ ແລະ ຣັດເຊຍ. ນອກນີ້ ເວເນຊູເອລາ ຍັງໄດ້ເຈລະຈາກັບ ອົງການ ສຸຂະພາບ ແຫ່ງທະວິບ ອາເມລິກາ (PAHO) ເພື່ອຂໍຮັບ ວັກຊິນ ຈາກໂຄງການນ ໂຄແວັກສ ເຊິ່ງໄດ້ຮັບ ການສະໜັບ ສະໜູນ ຈາກອົງການ ອະນາໄມໂລກ (WHO). (ທີ່ມາ: ສະໄຫວ, …
Read More »ຂ່າວດ່ວນ! ຊາວກະຫຼ່ຽງ ຍິງຍົນທະຫານ ມຽນມາຕົກ
ມີລາຍງານວ່າກອງພົນນ້ອຍທີ 5 ຂອງກຸ່ມຕິດອາວຸດກະຫຼ່ຽງ ສອຍເຮລີຄັອປເຕີຣ໌ ຂອງກອງທັບພະມ້າ ໄດ້ຮັບຄວາມເສຍຫາຍລົງຈອດສຸກເສີນໃນເຂດປົກຄອງຂອງກະຫຼ່ຽງ ມື້ນີ້. ຈຸບິນທັງໝົດປອດໄພ ແຕ່ຖືກກັກຕົວທີ່ນັ້ນ..ມື້ວານ ລົດລຳລຽງພົນ ຂອງກອງທັບພະມ້າ ກໍຖືກວາງກັບລະເບີດໃນລັດກະຫຼ່ຽງ ເຮັດໃຫ້ດິນເຈື່ອນທັບທາງ ລົດພິກຂວ້ຳລົງຕະຄອງ ທະຫານ 28 ຄົນ ໃນ 30 ຄົນເທິງລົດ ບາດເຈັບ.
Read More »ອີດູສົງສານ ຊາວກະຫຼ່ຽງມຽນມາ ໜີໄພສົງຄາມມາໄທ ແຕ່ຖືກທະຫານໄທຂວາງໄວ້.
ອີດູສົງສານ 😱😭ຊາວກະຫຼ່ຽງມຽນມາ ໜີໄພສົງຄາມມາໄທ ແຕ່ຖືກທະຫານໄທຂວາງໄວ້. (ອົດຫິວ)ທະຫານໄທ ໄລ່ຕ້ອນຊາວກະຫຼ່ຽງ ທີ່ໜີຕາຍຈາກການສູ້ຮົບໃນມຽນມາໃຫ້ຂ້າມນ້ຳສາລະວິນ ກັບໄປຝັ່ງຂອງຕົນບໍລິເວນທີ່ຕິດກັບຈັງຫວັດແມ່ຮ່ອງສອນ.. ມີການຢັງໜາມໝາກຈັບກັ້ນຕາຝັ່ງບໍ່ໃຫ້ກະຫຼ່ຽງຂຶ້ນໄດ້ ແລະໃຊ້ປືນຂູ່ກົດດັນເຂົາເຈົ້າ ທີ່ມີທັງຜູ້ເຖົ້າ ຜູ້ຍິງ ເດັກນ້ອຍ ກວ່າ 2.000 ຄົນ ຕ້ອງຖອຍລົ້ນກັບໄປອັ່ງອໍກັນ ຢູ່ຮິມຕາຝັ່ງເບື້ອງຕົນ ທັງໆທີ່ບໍ່ກ້າຂຶ້ນຝັ່ງກັບເຂົ້າໄປປະເທດ ເພາະຢ້ານຖືກລູກຫຼົງຈາກການສູ້ຮົບລະຫວ່າງທະຫານຝ່າຍລັດຖະບານ ກັບກຸ່ມຕິດອາວຸດຊາວກະຫຼ່ຽງ.. ນັກເຄື່ອນໄຫວ ໄດ້ພາກັນກ່າວປະນາມພຶດຕິກຳຂອງທະຫານໄທ ວ່າຜິດກົດໝາຍ ແລະໄຮ້ມະນຸດສະທຳ..
Read More »ກອງທັບມຽນມາ ນໍາໃຊ້ເຮືອບິນ JF-17 ລໍາໃໝ່ ,ໂຈ ມຕີ ຖິ້ ມ ລ ະ ເບີ ດ ກຸ່ມຊົນເຜົ່າ KNU ,ແຕກກະຈາຍໜີເຂົ້າຝັ່ງໄທ ,
ກອງທັບມຽນມາ ນໍາໃຊ້ເຮືອບິນ JF-17 ລໍາໃໝ່ ,ໂຈມຕີຖິ້ມລະເບີດ ກຸ່ມຊົນເຜົ່າ KNU ,ແຕກກະຈາຍໜີເຂົ້າຝັ່ງໄທ , ໄລຍະນີ້ກຸ່ມຊົນເຜົ່າແຫ່ງຊາດກຸ່ມຕ່າງໆ ເລີ່ມພາກັນຮ່ວມໂຕກັນເນື່ອງຈາກບໍ່ພໍໃຈທີ່ທາງການທະຫານເຂັນຂ້າປະຊາຊົນຕົນເອງຢ່າງປ່າເຖື່ອນ. ບໍ່ໄດ້ຮັບລາຍງານວ່າທາງການລາວກະກຽມປ້ອງກັນຜູ່ລັກລອບໜີເຂົ້າເມືອງຫຼືບໍ່, ແຕ່ຄາດວ່າ ເຈົ້າໜ້າທີ່ທາງຕົ້ນເຜິງ ບໍ່ແກ້ວ-ຫຼວງນໍ້າທາ ຕ້ອງມີການເວນຍາມຊາຍແດນເພີ່ມກໍາລັງແນ່ນອນ. ທີ່ມາ
Read More »ກາເຟລາວອາຣາບີກາຊຸດທຳອິດຈຳນວນ 17,520 ກິໂລກຣາມ ຖືກສົ່ງໄປ ອາເມຣິກາ ແລ້ວ
ພະແນກກະສິກຳ ແລະ McCullagh ລາວ ມີຄວາມດີໃຈຢາກແຈ້ງໃຫ້ຊາບວ່າ ການຂົນສົ່ງກາເຟລາວອາຣາບີກາຊຸດທຳອິດຈຳນວນ 17,520 ກິໂລກຣາມ ໄດ້ຖືກຂົນສົ່ງຈາກເມືອງປາກເຊ ໄດ້ສົ່ງໄປຮອດ. McCullage Roasters ແລະ ຜູ້ຈຳໜ່າຍທີ່ເມືອງບັຟຟາໂລ, ລັດນິວຢອກ, ປະເທດສະຫະລັດອາເມລິກາແລ້ວ. ນີ້ແມ່ນການຂົນສົ່ງຊຸດທຳອິດ ເຊິ່ງແມ່ນຜົນມາຈາກການຕົກລົງ ທີ່ອຳນວຍຄວາມສະດວກໂດຍ ໂຄງການຄຣີນ (CLEAN) ຮ່ວມກັບ McCullagh ລາວ,. ທີ່ໃຫ້ຄຳໝັ້ນວ່າຈະລົງທຶນປະມານ 6.2 ໂດລາສະຫະລັດ ເພື່ອໃຫ້ຊາວກະສິກອນຜູ້ປູກກາເຟໄດ້ຮັບປະໂຫຍດຈາກນີ້. ໂຄງການຄຣີນ (CLEAN) ແມ່ນໂຄງການທີ່ສະໜັບສະໜູນໂດຍ ກະຊວງກະສິກຳປະເທດສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍອົງການວິນຣ໋ອກສາກົນ ໂດຍການຮ່ວມມືກັບພະແນກກະສິກຳ ແລະ McCullagh ລາວ. The Department of Agriculture and McCullagh Laos are happy to announce that …
Read More »ແຊຣ໌ເຕືອນ..!!! ອົງການອະນາໄມໂລກ ເຕືອນລະວັງວັກຊິນປ້ອງກັນໂ ຄວິ ດ ປອມ
ອົງການອະນາໄມໂລກ ເຕືອນລະວັງວັກຊິນປ້ອງກັນໂຄວິດ-19 ປອມ ວັນທີ27ມີນາ,ອົງການ ອະນາໄມໂລກ(WHO) ເຕືອນໃຫ້ລະວັງ ວັກຊິນ ປ້ອງກັນ ໂຄວິດ-19ປອມ ແລະ ຮຽກຮ້ອງ ໃຫ້ປະຊາຊົນ ຕິດຕາມ ໂຄງການ ສັກວັກຊິນ ປ້ອງກັນ ໂຄວິດ-19 ຂອງລັດຖະບານ ເທົ່ານັ້ນ ເພື່ອປ້ອງກັນ ການສະແວງຫາ ຜົນປະໂຫຍດ ຈາກຄວາມຕ້ອງການ ວັກຊິນ ປ້ອງກັນ ໂຄວິດ-19 ເພີ່ມສູງຂຶ້ນ ທົ່ວໂລກ ຫລັງຈາກ ກວດພົບ ການປອມແປງ ວັກຊິນ ປ້ອງກັນໂຄວິດ BNT162b2 ເຊິ່ງກວດພົບ ທີ່ເມັກຊິກ ໃນເດືອນກຸມພາ ຜ່ານມາ.ວັກຊິນ ປອມດັ່ງກ່າວ ໄດ້ຖືກແຈກຢາຍ ແລະ ສັກໃຫ້ກັບ ຄົນເຈັບ ນອກໂຄງການ ສັກວັກຊິນ ທີ່ໄດ້ຮັບອະນຸຍາດ ໂດຍອາດ ຈະຍັງຄົງ ໝູນວຽນ ຢູ່ໃນພາກພື້ນ …
Read More »ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້
ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້ ມະຫັດສະຈັນ! ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້ ຢູ່ກາງບໍ່ນ້ຳ ວັດ ຕາດເຈັດຊໍ່ ຄວາມມະຫັດສະຈັນ ຂອງພະພຸດທະຮູບທງອເຫຼືອງ ທີ່ເກົ່າແກ່ກ່ວາ 100ປີ ໜັກ 300 ກິໂລ ສູງ 6 ສອກ 9 ນີ້ວ ລອຍນ້ຳໄດ້ ຢູ່ກາງບໍ່ ນ້ຳມົນ ທີ່ມີເສັ້ນຜ່ານສູນກາງ 10 ແມັດ ສູງ 2 ແມັດ ທີ່ ວັດຕາດເຈັດຊໍ່ ຕຳບົນຕະຫຼາດກຣວດ ອຳເພີເມືອງ ຈັງຫວັດອ່າງທອງ, ເມື່ຶອຊາວບ້ານໄດ້ຍີນຂ່າວ ຕ່າງກໍ່ມາກາບໄຫ້ວຂໍພອນ …
Read More »ທ່ານຮູ້ຫຼືບໍ່ວ່າ ປະເທດລາວ ເປັນປະເທດທີ່ມີຄວາມຫຼາກຫຼາຍຊະນິດພັນເຂົ້າໜຽວ ເປັນອັນດັບ 1
ຂອງໂລກ ແລະ ໄດ້ນຳສົ່ງແນວພັນເຂົ້າຫຼາຍກວ່າ 14,000 ຕົວຢ່າງໄປເກັບຮັກສາໄວ້ຢູ່ສູນຄົ້ນຄວ້າເຂົ້ານາໆຊາດ ປະເທດຟີລິບປິນ. ພວກເຮົາ ຈົ່ງພາກພູມໃຈ ແລະ ພ້ອມໃຈກັນອະນຸລັກຮັກສາຄວາມອຸດົມສົມບູນຫຼາກຫຼາຍຊີວະນາໆພັນໃນທຳມະຊາດ ສປປລາວ. ”ເຂົ້າໄກ່ນ້ອຍໄດ້ຂື້ນທະບຽນເປັນຊະນິດພັນໜື່ງດຽວຂອງໂລກ ທີ່ມີຖີ່ນກຳເນີດຢູ່ “GI ແຂວງຫົວພັນ ແລະ ແຂວງຊຽງຂວາງ”, ໂດຍອົງການຊັບສິນທາງປັນຍາໂລກ WIPO ສົມທົບກັບກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສປປລາວ.
Read More »