ກະຊວງແຮງງານ ຮຽກຮ້ອງເຖິງແຮງງານລາວທີ່ກັບມາໃຫ້ມາແບບຖືກຕ້ອງ ແລະ ຜູ້ທີ່ຍັງມີວຽກກໍ່ໃຫ້ສືບຕໍ່ເຮັດໜ້າທີ່ຢ່າງຕັ້ງໜ້າ. ໃນວັນທີ 30 ກໍລະກົດ 2021, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ອອກຈົດໝາຍເຖິງ ຊາວຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ທີ່ກຳລັງອອກແຮງງານ ຢູ່ຕ່າງປະເທດ, ຕໍ່ກັບເງື່ອນໄຂທີ່ມີສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ເດີນທາງກັບຄືນປະເທດຊາດ ແມ່ນເນັ້ນໃຫ້ກັບມາຢ່າງຖືກກົດໝາຍ ແລະ ໃຫ້ເຂົ້າມາຜ່ານດ່ານທີ່ທາງການກຳນົດເທົ່ານັ້ນ, ຫ້າມເດັດຂາດບໍ່ໃຫ້ມີການລັກລອບຂ້າມມາ ທັງນີ້ກໍເພື່ອຫຼີກລຽງການແຜ່ລະບາດພາຍໃນປະເທດ.
Month: July 2021

ຜົວໃຜບໍ່ສູ້ວຽກມາຫຼາຍປີ ລອງພາຜົວໄປສັກວັກຊີນໂຕນີ້ເບິ່ງ. ບາງທີກັບມາສູ້ສຶກໄດ້ອີກຄັ້ງ 🤣 ຊົມຄລິບ::

📣ແຈ້ງການດ່ວນ…..!!! ແຂວງສາລະວັນ ອອກແຈ້ງການໃຫ້ໂຈະການບໍລິການຊົ່ວຄາວ. ບັນດາຮ້ານອາຫານ, ກິນດື່ມ, ປິ້ງ-ແກ້ມ ແລະ ບຸບເຟຈຸ່ມ-ດາດ ແລະ ຮ້ານບັນເທິງຕ່າງໆ ໃນເທດສະບານເມືອງ-ແຂວງ ເພື່ອປ້ອງກັນໂຄ ວິ ດ.

ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວຮ່ວມ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 30 ກໍລະກົດ 2021 ເຖິງສະພາບການກະກຽມຮອງຮັບສະຖານະການ ທີ່ມີຈໍານວນແຮງງານ ເດີນທາງເຂົ້າມາ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງຄະນະສະເພາະກິດໄດ້ກະກຽມໂດຍອີງໃສ່ 3 ຫລັກການໃຫ່ຍ ຄື: 1/ ທົບທວນຄືນສະຖານທີ່ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍໃຫ່ຍ

ສ່ອງສາວພອນ ມີແນວໃຫ້ສ່ອງຕະຫຼອດ ຫຼ້າສຸດ ສະຖານະຫົວໃຈ ສີບົວບັກໃຫຍ່ຈະ ຫຼັງໂພສໂສດມາດົນ ຢາກໄດ້ຄົນດຳນາຊ່ວຍ ບາດນີ້ຂຶ້ນສະຖານະມີແຟນກັບ ໜຸ່ມ Bountien Chittanavong ບ່າວບ້ານໃດໄປສ່ອງເລີຍ

ໜ້າເສົ້າ! ພໍ່ຂອງຜູ້ເສຍຊີວິດຈາກພະຍາດໂຄວິດ ເຮັດໄດ້ພຽງມາຮັບເອົາກະດູກລູກຂອງຕົນ ຈາກຄະນະສະເພາະກິດ. ໃນວັນທີ 31 ກໍລະກົດ 2021 ເພຈໂຮງໝໍແຂວງຈຳປາສັກ ໄດ້ໂພສພາບ ພ້ອມລາຍງານວ່າ: ມື້ນີ້ທີມງານບໍລິຫານໂຮງໝໍແຂວງຈຳປາສັກ ໄດ້ນຳເອົາກະດູກຂອງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ມາສົ່ງມອບໃຫ້ແກ່ຍາດພີ່ນ້ອງຂອງຜູ້ເສຍຊີວິດໂດຍມີ ນາງ ໄຄຄອຍ ນາຍບ້ານໆເວີນສົມ, ເມືອງໂຂງ, ແຂວງຈຳປາສັກ ເປັນຜູ້ກ່າວຮັບພ້ອມ ພໍ່ຂອງຜູ້ເສຍຊີວິດ ເຊິ່ງພວກເພີ່ນໄດ້ກ່າວຂອບໃຈຕໍ່ການຈັດຕັ້ງພັກ-ລັດ ໂດຍສະເພາະແມ່ນການຈັດຕັ້ງຂອງພະແນກສາທາລະນະສຸກແຂວງ ກໍຄືໂຮງໝໍແຂວງຈຳປາສັກ ທີ່ມີນະໂຍບາຍໃຫ້ການຊ່ວຍເຫຼືອຢ່າງສະເໜີຕົ້ນສະເໝີປາຍ.ມາຮອດປັດຈຸບັນ

ວັນທີ 31 ກໍລະກົດ 2021ນີ້ ແຂວງໄຊຍະບູລີ.ມີຜູ້ຕິດເຊື້ອໂຄວິດ ໃນຊຸມຊົນ1ຄົນເປັນຜູ້ຕິດເຊື້ອຄົນທີ 8 ຂອງແຂວງ, ບຸກຄົນດັ່ງກ່າວເປັນພະນັກງານແພດທີ່ປະຕິບັດໜ້າທີ່ໃນການເກັບເຊື້ອຕົວຢ່າງມາວິເຄາະແຕ່ໂຊກບໍ່ດີ ຈຶ່ງໄດ້ຮັບເຊື້ອຈາກຜູ້ຕິດເຊື້ອເກົ່າ. ແຕ່ກໍມີກະແສດຣາມ່າຈາກສັງຄົມວ່າ ຍ້ອນປະໝາດ, ບໍ່ໃສ່ຊຸດ.ເຊິ່ງເຈົ້າຕົວກໍອກມາຊີ້ແຈງວ່າບໍ່ແມ່ນຄວາມຈິງ ເພາະພະນັກງານແພດໝໍຈະປະຕິບັດໜ້າທີ່ຕ້ອງໄດ້ໃສ່ຊຸດ PPE ຕາມກົດຢ່າງເຄັ່ງຄັດ. ທາງດ້ານແຟນໜຸ່ມກໍໄດ້ໂພສໃຫ້ກຳລັງໃຈວ່າ: “ເຮັດຕາມຂັ້ນຕອນແລ້ວກັບກາຍມາເປັນຜູ້ເຄາະຮ້າຍຕິດເຊື້ອຊ້ຳ ເຮົາເຮັດເພື່ອສັງຄົມດີທີ່ສຸດແລ້ວ ສູ້ໆເດີ ທຮ ຂໍໃຫ້ດີຫາຍຂາດແທ້ໄວໆເດີ”

ອີກໜື່ງເລື່ອງລາວ ທີ່ຊາວເນັດຈຳນວນໜື່ງໃຫ້ຄວາມສົນໃຈເປັນພິເສດ ດວງດາວກໍ່ໃຫ້ເກີດຜົນຕໍ່ຕົວມະນຸດ ຄົນທີ່ເຊື່ອໃນ ເຄື່ອງລາງຂອງຂັງ ກໍຈະມີຄວາມຍືດໝັ້ນວ່າ ເຄື່ອງດັ່ງກ່າວຈະລົງໂທດຕົນ ຕົວຢ່າງຄວາມເຊື່ອໄສຍະສາດ ໂຫລະສາດ ໂຊກລາບ ຂອງຂັງ ຜີສາງນາງໄມ້ ຄວາມເຊື່ອອຳນາດລຶກລັບ ສີ່ງສັກສິດ ປະຕິຫານຕ່າງໆ ດັ່ງນັ້ນມື້ນີ້ຈຶ່ງມານຳສະເໜີ ດວງ 3 ວັນກີດ ດວງເຮັງ ດວງດີ ມີເກນເປັນເສດຖີຄົນໃໝ່ ມາເບີ່ງຕາມວັນເກີດດັ່ງນີ້ໃຜດີກວ່າໃຜ : +

ດວງຊະຕາດີ 3 ວັນເກີດນີ້ ພະພຸດທະເຈົ້າບາບມີ ໃຫ້ໝົກໜີ້ສີ້ນແລ້ວກາຍເປັນເສດຖີ. + ຄົນທີ່ເກີດວັນພຸດ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ຄົນວັນນີ້ຈະເປັນຄົນທີ່ມີມູນມັງສົມບັດດີສຸດ ເຈລະຈາຕໍ່ລອງເກັ່ງເປັນເລີດ ຈົນຜູ້ຄົນຕ້ອງຍອມຮັບ ເໝາະທີ່ຈະເຮັດກ່ຽວກັບການຄ້າຂາຍ ເຮັດທຸລະກິດສະຫລາດ ແຕ່ຄວາມຈຳບໍ່ເອົາເສຍເລີຍ ລືມຫັຍງງ່າຍດາຍຫລາຍ ຄວາມຮູ້ຫລາຍ ອ່ານໃຈຄົນເກັ່ງຫລາຍ ແຕ່ເກັບເງິນບໍ່ຄ່ອຍຢູ່ ແຕ່ກໍຊ່ວງນີ້ກໍເປັນດວງດີຮັບຊັບຂອງຜູ້ທີ່ເກີດວັນພຸດ ຖ້າເກັບເງິນໄວ້ສະສົມໄວ້ ກໍຈະເຮັດໃຫ້ມີຄວາມຮັ່ງມີເລີຍລະ. + ຄົນທີ່ເກີດວັນສຸກ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ເຈົ້າເປັນຄົນດີປັນຫາ ແລະອຸປະສັກຕ່າງໆທີ່ຈະບໍ່ດີນັ້ນເຮັດຫຍັງເຈົ້າບໍ່ໄດ້ ດວງດີຫລາຍ ລຳບາກນ້ອຍ ແລະ ໃຫ້ພະຍາຍາມໝັ່ນເຮັດບຸນໃຫ້ຫລາຍ ໄວ້ຈະໄດ້ໜູນໃຫ້ຊີວິດນັ້ນດີຂື້ນໄປອີກ ຊ່ວງນີ້ກໍຢ່າລືມເກັບອອມໄວ້ດ້ວຍ ເພາະເວລາທີ່ໄດ້ຮັບເງິນທອງເຂົ້າມາຫລາຍຈະເຮັດໃຫ້ມີກິນມີໃຊ້ໄປຕະຫຼອດຊີວິດ. + ຄົນທີ່ເກີດວັນເສົາ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ທ່ານເປັນຄົນດວງແຂງຫລາຍບໍ່ວ່າຈະຕົກທຸກພຽງໃດ ຊີວິດປັນຫາຫລາຍແຕ່ກໍຍັງຄົງຢືນຢູ່ໄດ້ແບບສະບາຍ ເປັນຄົນໃຈສູ້ຈົນເຮັດໃຫ້ຜ່ານປັນຫາຮ້າຍ ມາໄດ້ງ່າຍດາຍມີຄຸນສົມບັດຄວາມເປັນຜູ້ນຳ ຮັກກຽດສັກສີ ມີຄວາມໜັກແໜ້ນ ບໍ່ມັກເອົາປຽບໃຜເປັນຄົນກົງໄປກົງມາ ດຸໝັ່ນເຮັດວຽກ ມີຄວາມອົດທົນ ໃນຊ່ວງນີ້ກໍຈະໄດ້ຮັບເງິນກ້ອນໃຫ່ຍຈາກຄວາມດີຂອງເຈົ້າເອງ ຂໍໃຫ້ມີຄວາມສຸກຄວາມຈະເລີນຫລາຍໆສາທຸ.

👉ດ່ວນTimeline ຂອງຜູ້ຕິດເຊື້ອໂຄວິດ ທີ່ເມືອງວັງວຽງແຂວງວຽງຈັນ ມີຄົນສຳຜັດໃກ້ສິດເຖິງ 16 ຄົນຜູ້ຕິດເຊື້ອ ແມ່ນ ນ.ບົວສະຫວັນ ອາຍຸ 35 ປີ ອາຊີບ ເສີມສວຍ ບ້ານນາມອນ ເມືອງວັງວຽງ (ເປັນກຸ່ມສຳຜັດກັບກໍລະນີ ນ.ເປຍ ບ້ານສໍາພະນາ ທີ່ກັກໂຕຢູ່ສູນຫຼັກ 27ນໍາກັນ ແລະຢູ່ຫ້ອງດຽວກັນກັບທີ່ກວດພົບເຊື້ອ)ການເຄື່ອນໄຫວຂອງຜູ້ກ່ຽວມີດັ່ງນີ້: 22/7/2021 ອອກຈາກສູນຂີ່ລົດມານໍາກັນ 2 ຄົນຊື່