ແຂວງຫຼວງນໍ້າທາ ເລີ່ມ ປິດເມືອງ, ປິດບ້ານແລ້ວ ຫລັງພົບຜູ້ຕິດເຊື້ອຫລາຍຄົນ ແຂວງຫຼວງນໍ້າທາ ເລີ່ມ ປິດເມືອງ, ປິດບ້ານແລ້ວ31/8/2021ສູ້ໆເດີ ທຸກຄົນ… ຍ້ອນພົບຜູ້ຕິດເຊື້ອໃນຊຸມຊົນຈຳນວນຫລາຍໃນມື້ນີ້. ຫຼວງນ້ຳທາ 8 ຄົນ, ໃນນັ້ນ: 01 ຄົນ ຈາກບ້ານຈອມແຈ້ງ, ເມືອງລອງ ຊື່ງຕິດພັນກັບ ກໍລະນີ ບ້ານທົ່ງໄຈ້ ທີ່ເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ, ແຂວງຫລວງພະບາງ 06 ຄົນ ຈຸ້ມກໍລະນີ ບ້ານທົງໄຈ້ເໜືອ ແລະ ໃຕ້ ທີ່ເຄີຍລາຍງານມື້ຜ່ານມາ ແລະ ອີກ 01 ຄົນ ແມ່ນ ເຮັດວຽກຢູ່ສາທາແຂວງ (ທີມງານກຳລັງເກັບກຳຂໍ້ມູນ).
Read More »Monthly Archives: August 2021
ລາວເຮົາຍັງໜ້າເປັນຫ່ວງ
ລາວເຮົາຍັງໜ້າເປັນຫ່ວງ ! ເພາະ ໂຄ ວິ ດ ສາຍ ພັ ນ ເດວ ຕາໄດ້ລະບາດຢູ່ລາວແລ້ວ ໂຄວິດສາຍພັນເດວຕາເປັນສາຍພັນທີ່ຮາ້ຍແຮງ, ແຜ່ເຊື້ອໄວ ແລະ ຕິດງ່າຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ ໄດ້ແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ປັດຈຸບັນນີ້ ສາຍພັນພະຍາດໂຄວິດ ທີ່ກວດພົບຈາກ ແຮງງານລາວ ແລະ ໃນຊຸມຊົນ ຫຼື ຢູ່ໃນປະເທດລາວນັ້ນ ແມ່ນສາຍພັນເດວຕາແລ້ວ ຊຶ່ງສາຍພັນດັ່ງກ່າວເປັນສາຍພັນທີ່ຮ້າຍແຮງ ໂດຍມີການແຜ່ເຊື້ອໄວ, ຕິດງ່າຍ ແລະ ຍາກທີ່ຈະປ້ອງກັນ ເຖິງແມ່ນວ່າຈະສັກວັກຊິນຄົບ 2 ເຂັ້ມກໍ່ຕາມກໍ່ຍັງສາມາດຕິດພະຍາດດັ່ງກ່າວໄດ້ ເພາະວັກຊິນທີ່ໃຊ້ຢູ່ລາວນັ້ນ ຫຼື ຢູ່ໃນໂລກນັ້ນແມ່ນສາມາດປ້ອງກັນພະຍາດໂຄວິດ ສາຍພັນດັ້ງເດີມໄດ້ເທົ່ານັ້ນ. 📢 ຄະນະສະເພາະກິດຍັງແຈ້ງໃຫ້ຮູ້ຕື່ມວ່າ: ການສັກວັກຊິນຄົບ 2 ເຂັມແຕ່ຍັງຕິດເຊື້ອພະຍາດສາຍພັນດັ່ງກ່າວໄດ້ນັ້ນ ບໍ່ໄດ້ໝາຍຄວາມວ່າ ການສັກວັກຊິນບໍ່ມີປະໂຫຍດຫຍັງ, ການທີ່ສັກວັກຊິນຄົບນັ້ນມັນສາມາດສ້າງພູມຕ້ານທານໃນການປ້ອງກັນພະຍາດດັ່ງກ່າວໄດ້ດີກວ່າຜູ້ທີ່ບໍ່ສັກ ແລະ ກໍລະນີທີ່ຕິດເຊື້ອພະຍາດດັ່ງກ່າວຈາກທຸກໆສາຍພັນນັ້ນ …
Read More »ຊີ ວິດບໍ່ມີຫຍັງແນ່ນອນ
📣ຊີວິດບໍ່ມີຫຍັງແນ່ນອນສະເໜີສຳນັກຂ່າວໄດ້ພົບກັບ Sayed Sadaat, ອ ະ ດີ ດລັດຖະມົນຕີວ່າການສື່ສານຈາກປະເທດອັບການິສຖານ ກຳລັງສົ່ງເຄື່ອງຢູ່ໃນເຂດຕາເວັນຕົກຂອງ Leipzig, ປະເທດເຢຍລະມັນ ໂດຍຄາດຫວັງກັບອະນາຄົດທີ່ດີຂຶ້ນຂອງຕົນເອງ Sayed ໄດ້ຍ້າຍມາຢູ່ທີ່ເຢຍລະມັນຕັ້ງແຕ່ທ້າຍປີ 2020 ໂດຍທີ່ໄດ້ອອກຈາກວຽກຕັ້້ງແຕ່ປີ 2018 ຫຼັງຈາກການເຮັດວຽກມາກວ່າ 2 ປີ, ອະດີດລັດຖະມົນຕີຄົນນີ້ຈຶ່ງໄດ້ຕັດສິນໃຈມາເລີ່ມຕົ້ນຊີວິດໃໝ່ທີ່ເຢຍລະມັນ ເຊິ່ງເປັນເວລາກ່ອນທີ່ອັບການິສຖານຈະຖືກກຸ່ມຕາລີບັນເຂົ້າ ຍຶ ດ ຄ ອງ.ລາວຍັງເສີມອີກວ່າ ຄົນຈາກປະເທດບ້ານເກີດ ວິ ຈ ານອາຊີບສົ່ງເຄື່ອງຂອງລາວ ເພາະລາວເປັນເຖິງອະດີດລັດຖະມົນຕີ, ແຕ່ສຳລັບ Sayed ນັ້ນ ວຽກກໍຄືວຽກ.“ ຂ້ອຍຫວັງວ່ານັກການເມືອງຄົນອື່ນຈະເດີນຕາມເສັ້ນທາງຂອງຂ້ອຍ, ເຮັດວຽກກັບສາທາລະນະ ດີກວ່າທີ່ຈະມາຫຼົ ບ ລີ້”ຫຼັງຈາກການປະກາດຖອນກຳລັງຂອງສະຫະລັດອາເມຣິກາ ຈຳນວນຜູ້ຕ້ອງການລີ້ໄພໄປປະເທດເຢຍລະມັນກໍເພີ່ມຂຶ້ນຮອດ 130%. Sayed ເລືອກມາປະເທດເຢຍລະມັນດ້ວຍຄວາມ ຫວັງຕໍ່ເສດຖະກິດທີ່ດີຂຶ້ນລາວອະທິບາຍເຖິງຄວາມທ້າທາຍໃນການໃຊ້ລົດຖີບສົ່ງເຄື່ອງທົ່ວຕົວເມືອງ ກ່ອນຈະຖິ້ມທ້າຍວ່າ “ເມືອອອກໄປຫຼາຍເທົ່າໃດ ກໍໄດ້ເຈີຜູ້ຄົນຫຼາຍເທົ່ານັ້ນ ແລະ ເຈົ້າຈະໄດ້ຮຽນຮູ້ສິ່ງຕ່າງໆຫຼາຍຂຶ້ນ
Read More »ດ່ວນໆປະກາດປິດໂຮງໝໍ
ໂຮງໝໍແຂວງຄຳມ່ວນປິດ14ວັນເດີ້ ຮັບແຕ່ຄົນເຈັບໜັກເທົ່ານັ້ນ ພື້ນທີສີແດງເປັນຍ້ອນຄົນບໍ່ມັກບອກຄວາມຈີງ
Read More »ຂ່າວດີ ມື້ນີ້ຜູ້ຕິດເຊື້ອຫາຍດີໃໝ່ 226 ຄົນ
ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 25 ສິງຫາ 2021, ມື້ຜ່ານມາໄດ້ກວດວິເຄາະທັງໝົດ 3521 ຕົວຢ່າງ.” ຜົນການວິໄຈພົບຜູ້ຕິດເຊື້ອ COVID-19 ຈຳນວນ ( + 199 ) ກໍລະນີ, ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 15,015 ) ກໍລະນີ:
Read More »ດ່ວນໆແພດລາວຕິດໂຄວິດ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 31 ສິງຫາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ. ວັນອັງຄານ ວັນທີ 31 ສິງຫາ 2021, ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 199 ຄົນ. ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ສິງຫາ 2021:• ໄດ້ກວດວິເຄາະທັງໝົດ 3,521 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 199 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 64 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:- ນະຄອນຫຼວງ:24 ຄົນສະຫວັນນະເຂດ 14 ຄົນ- ບໍ່ແກ້ວ 11 …
Read More »ເຈົ້າໜ້າທີ່ຖະແຫລ່ງ ຜູ້ຖືກຄາດຕະກຳຢູ່ໜອງໜ່ຽງ
ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ ວັນທີ 31 ສິງຫາ 2021 ນີ້, ທ່ານ ພັນໂທ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຖະແຫລງຂ່າວກ່ຽວກັບສະພາບເຫດການຄາຕະກໍາ ຢູ່ທາງເຂົ້າຮ້ານອາຫານ ຈິ່ມມີ້ ບ້ານ ໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ເກີດຂຶ້ນໃນວັນທີ 29 ສິງຫາ 2021 ມານີ້ວ່າ: …ພາຍຫລັງໄດ້ຮັບແຈ້ງເຫດ ເລື່ອງຄາດຕະກໍາ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາ ພົບເຫັນລົດເກັ໋ງຢູ່ ຮຸນໄດ ສີດໍາ ໝາຍເລກທະບຽນ ກສ 5577 ກໍາແພງນະຄອນ, ແວ່ນລົດດ້ານໜ້າລົດຄັນດັ່ງກ່າວແຕກ ແລະ ເປັນຮູຈໍານວນຫລາຍຮູ ແລະ ມີຜູ້ເສຍຊີວິດຢູ່ເບາະລົດເບື້ອງຄົນຂັບ. ເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາ ຊາກສົບຜູ້ເສຍຊີວິດອອກຈາກລົດເພື່ອທໍາການຊັນນະສູດ.ຂໍ້ມູນເບືອງຕົ້ນຂອງຜູ້ເສຍຊີວິດຊື່ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບ່ອບບີ້ ອາຍຸ 26 …
Read More »ຂ່າວດ່ວນ ມື້ນີ້ີ້ ກວດພົບຜູ້ຕິດ ເ ຊື້ ອ ໃໝ່ 199 ຄົນ
ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31 ສິງຫາ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິດເພີ່ມໃໝ່ 199 ຄົນ ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ 🔥🔥🔥ມື້ນີ້ກວດພົບຜູ້ຕິດເຊື້ອໂຄວິດໃນຊຸມຊົນສູງເຖິງ 64 ຄົນ, ໃນນີ້ຢູ່ນະຄອນຫຼວງວຽງຈັນ ມີ 24 ຄົນ ແລະ ຕິດຈາກກໍນີນຳເຂົ້າ 135 ຄົນ. ລາຍລະອຽດດັ່ງລຸ່ມນີ້ 👇👇
Read More »ແຊຣ໌ຕໍ່ໆ ຢ່າຖືເບົາ
ເຊົາໃຈນຳ ໂຄວິດ ນິເດກັກໂຕ 1 ເດືອນກວດ 4 ຄັ້ງໆ ຄັ້ງທີ 4 ເປັນ(+)ແລັວຈັງໄດ້ຊີປອດໄພບາດນີ້😂😂
Read More »ແບບນີ້ ກໍມີຮຽນຈົບ ປ1 ກໍຮູ້ວ່າຜີ ດ
ຈົບບໍສູງອາຈານກະເບິ່ງເດີ ເລກກົງເຕີປັດຈຸບັນ 23059. ໃນບິນ. 23859 ກາຍໄປແມ່ນ800ກິໂລ້ວັດໂມງ ດີບໍທັນຈ່າຍເງິນ (ສົງໃສພະໜັກງານຈົດຜິດ)
Read More »