ຊ່ວຍກັນຢູ່ເຮືອນດີໆເດີ້..ເບີ່ງເອົາເດີ້ໃຜຍັງປະຫມາດ ຢາກໃຫ້ທຸກຄົນຢູ່ບ້ານເພື່ ອ ຢຸ ດ ເ ຊື້ ອ ຕອນນີ້ບໍ່ໂຮງໝໍສະໜາມເຕັມແລ້ວ ຕອ້ງມີໂຮງໝໍສະໜາມເພີ່ມອີກ ໝົດອາທິດນີ້ຕັ້ງໃຈກັບໄປຢູ່ບ້ານກັບແມ່ສຸດທ້າຍບໍ່ໄດ້ກັບ ລຸ້ນກອ່ນເລກແມ່ນເປີດໂຮງໝໍສະໜາມຢູ່ເມືອງຫາດຊາຍຟອງ ຈຸດເມືອງຫາດຊາຍຟອງກຽມພອ້ມຮັບຄົນຕິດເຊື້ອໂຄວິດ 📲📲02078781155📲📲 ຮັບສີດພົ່ນຢາຂ້າເຊື້ອ ຊົມຄລິບ1: ຄລິບ:
Read More »Monthly Archives: September 2021
ປະຈຸບັນ ໄດ້ມີຜູ້ປະກອບການຫຼາຍຄົນ ສວຍໂອກາດ
ໃນວັນທີ 30/09/2021 ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຊີ້ແຈງໃຫ້ຊາບວ່າ: ປະຈຸບັນ ໄດ້ມີຜູ້ປະກອບການຫຼາຍຄົນ ສວຍໂອກາດ ນໍາສິນຄ້າຢາພື້ນເມືອງຕ່າງປະເທດ ມາສະເໜີຂາຍຜ່ານຕະຫຼາດສັງຄົມອອນລາຍ ຫຼື ຊ່ອງທາງອື່ນພ້ອມທັງໂຄສະນາ ວ່າຢາຂອງຕົນນັ້ນ ມີປະສິດທິພາບໃນການປ້ອງກັນ. (ເຕືອນ: ຢາຕົວນີ້ ເຂົາຂາຍປະເທດ ຫວຽດນາມ ພຽງ 5000 ດົງ ຖືກເງີນກີບ 3000 ກີບ) ເສີມພູມຄຸ້ມກັນ ຫຼື ປິ່ນປົວພະຍາດໂຄວິດ-19 ບໍ່ໃຫ້ລາມລົງປອດ. ຢາທັງຫຼາຍເຫຼົ່ານີ້ ສວ່ນໃຫ່ຍບໍ່ໄດ້ຜ່ານການອະນຸມັດ ກະຊວງສາທາລະນະສຸກ.
Read More »ອິນຕົນແດ່ ຈົວນ້ອຍຕິດໂຄວິດ ຫຼາຍຄົນ
ຍ້າຍສູນປິ່ນປົວລະເດີ ຄູບາອາຈານແລະຍາດໂຍມ ຍ້າຍຈາກສູນປິ່ນປົວຫຼັກ9 ມາຢູ່ສູນປິ່ນປົວ ໂຮງງານອັບເກນເດີ ທາງຂຶ້ນປ່າຊ້າຫຼວງ ທາງຂຶ້ນ ມຂ ອ້າຍຈົວນ້ອຍ ຄູບາຢູ່ວັດໂພໄຊ ນະຄອນໄກສອນພົມວິຫານ ເຂົ້າຮັບການປິ່ນປົວທັງໝົດ 32 ອົງ ຢູ່ໂຮງໝໍພາກສະໜາມ ໂຮງງານອັບເກນຂໍໃຫ້ຫາຍດີໄວໆເດີ ຊົມຄລິບ
Read More »ຂ່າວດີ! ຈຳປາສັກປົວຜູ້ຕິດເຊື້ອຫາຍດີ 170 ຄົນ
ໂຮງໝໍພາກສະໜາມ ມຈໃດ້ສົ່ງຜູ້ປີ່ນປົວຫາຍດີກັບເມືອກັກໂຕເພີ່ມອິກ 170 ຄົນ ໃນວັນທີ 25 – 30/09/2021 ໂຮງໝໍພາກສະໜາມມະຫາວິທະຍາໄລຈຳປາສັກ ໄດ້ ປີ່ນປົວຜູ້ຕິດເ ຊື້ ອ ໂຄ ວິ ດ_19 ຫາຍດີຈຳນວນ 170 ຄົນ ໃຫ້ເມືອຈຳກັດບໍລິເວນຕໍ່ທີ່ສູນຈຳກັດບໍລິເວນຂອງແຕ່ລະເມືອງອິກ 14ວັນ , ຈີ່ງກັບຫາຄອບຄົວ ແລະ ໃຫ້ປະຕິບັດມາດຕະການ New Normal ຢ່າງເຄັງຄັດ ຖ້າມີບັນຫາສອບຖາມສາຍດ່ວນ 031 166
Read More »ດ່ວນທີ່ສຸດ
ດ່ວນທີ່ສຸດ! ສືບຕໍ່ມາດຕະການເຂັ້ມງວດຕື່ມ 15 ວັນ ແຕ່ວັນທີ 1-15 ຕຸລາ 2021 ເລື່ອງ: ຂໍປິດການເດີນທາງ ເຂົ້າ-ອອກ (ລ໋ອກດາວ) ນະຄອນຫຼວງວຽງຈັນ ແຕ່ວັນທີ 1-15 ຕຸລາ 2021. ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນໍາ ດັ່ງນີ້: 1. ໂຕເລກການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ແລະ ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ໂດຍສະເພາະໃນ ວັນທີ 18 ກັນຍາ 2021 ມີຈໍານວນຜູ້ຕິດເຊື້ອໃໝ່ເຖິງ 265 ກໍລະນີ, ໃນນັ້ນຫຼາຍກວ່າ 90% ແມ່ນກຳມະກອນຈາກ ໂຮງງານຕັດຫຍິບອານຟີລາວ ຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ, ເຊິ່ງມີຄວາມສ່ຽງ ທີ່ຈະເກີດມີການແຜ່ລະບາດໃຫຍ່ ໃນຮອບໃໝ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫຼວງວຽງຈັນ. 2. …
Read More »ກະຊວງ (ອຄ) ແຈ້ງການ! ຫາກໂຮງງານໃດບໍ່ສາມາດປະຕິບັດມາດຕະການປ້ອງກັນໂຄວິດ ຕ້ອງຢຸດຕິກິດຈະການ
ແຈ້ງການເລື່ອງປະເມີນສະຖານທີ່ເຮັດວຽກຂອງໂຮງງານ ຫາກບໍ່ສາມາດປະຕິບັດມາດຕະການປ້ອງກັນໂຄວິດ ຕ້ອງຢຸດຕິກິດຈະການ ໃນວັນທີ 29 ກັນຍາ 2021 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ອອກແຈ້ງການ ເລື່ອງການປະເມີນສະຖານທີ່ເຮັດວຽກຂອງໂຮງງານອຸດສາຫະກໍາໃຫ້ມີຄວາມປອດໄພ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ເຊິ່ງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະຕິບັດດັ່ງນີ້: 1. ໃຫ້ສືບຕໍ່ເຜີຍແຜ່ ແລະ ເພີ່ມທະວີການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຕາມຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງຄະນະສະເພາະກິດ ສະບັບເລກທີ 4303/ສພັກ, ລົງວັນທີ 17 ກັນຍາ 2021 ກ່ຽວກັບການປະເມີນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19. 2. ໂຮງງານອຸດສາຫະກໍາຕ້ອງມີຄວາມພ້ອມ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19. …
Read More »ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້
ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້ ຂອບໃຈທຸກຄົນທີ່ປະສານງານໃຫ້. ຂອບໃຈທີ່ບໍ່ຖິ້ມກັນຄົນຢູ່ໃນບ້ານຖ້າຜົນກວດໂຕໃຫມ່ຢູ່ເດີ້… ຂໍໃຫ້ທຸກຄົນລ້ຳລວຍ ພອນໃດປະເສີດໃຫ້ເກີດກັບທ່ານທຸກຄົນເດີ້… ຊົມຄຼິບ. ທີ່ມາ.
Read More »ຈາກສາວໂຮງງານ ດີ້ນລົນຈົນມາເປັນກາຍມາເປັນເຈົ້າຂອງບໍລິສັດ
ຫລາຍຄົນກະຍັງຈືຕາດຳຢູ່ ບາງຄົນກະຈືຕອນຂີລົດຖີບໄປນັ່ງຂາຍໝັງຢູ່ຕະຫລາດ ບາງຄົນກະຈືວ່າ ເຄີຍໄປເຮັດວຽກຢູ່ໂຮງງານ ສາວໂຮງງານ ສາວຂາຍໝັງ ຂາຍໝາກບົວ ມາຮອດຈຸທີ່ເປັນເຈົ້າຂອງແບຮນ ທີ່ຫລາຍຄົນຮູ້ຈັກຢູ່ຕອນນິ ຊີວິດບໍ່ໄດ້ປູດ້ວຍກຸລາບເລິຍ ຕ້ອງຂອບໃຈຄວາມລຳບາກໃນມື້ນັ້ນເຮັດໃຫ້ຕາດຳ ມີຮອດທຸກມື້ນີ້ ຂອບໃຈອອນໄລທີ່ເຂົ້າມາ ເຮັດໃຫ້ປ່ຽນຊີວິດຜູ້ຍີງຄົນນິ ປານຊີລີເກົາຫລີ ໂພດນິໃຜທີ່ທໍ້ແທ້ຢູ່ ເຈົ້າຈົງເຊື້ອເດີວ່າ ຊີວິດຄົນເຮົາມັນບໍ່ແນ່ນອນ ຟ້າຫລັງຝົນສວຍງາມສະເໝີ ເກີດເປັນຄົນ ຢ່າໄປທໍ້ກັບຊີວິດ ມີຄົບ32 ຖືວ່າບຸນເຮົາຫລາຍລະ
Read More »ໂຈະຊົ່ວຄາວ! ການອະນຸຍາດນຳເຂົ້າແຮງງານພາຍໃນ ແລະ ຕ່າງປະເທດເຂົ້າມາແຂວງບໍ່ແກ້ວ
ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການ ໂຈະຊົ່ວຄາວການອະນຸຍາດນຳເຂົ້າແຮງງານພາຍໃນ ແລະ ຕ່າງປະເທດເຂົ້າມາແຂວງບໍ່ແກ້ວ ເນື່ອງຈາກການລະບາດຂອງ ພະ ຍາ ດ COVID-19 ຢູ່ແຂວງບໍ່ແກ້ວ ໄດ້ສືບຕໍ່ແຜ່ລະບາດໃນວົງກວ້າງ ໂດຍສະເພາະແມ່ນຢູ່ເມືອງຕົ້ນເຜິ້ງ ເຊິ່ງມາຮອດປະຈຸບັນແມ່ນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ. ສະນັ້ນ, ເພື່ອປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອ ພະ ຍ າ ດ ໂຄ ວິ ດ ໃຫ້ສືບຕໍ່ປະຕິບັດດັ່ງນີ້ 1. ໃຫ້ບັນດາບໍລິສັດວິສາຫະກິດຜູ້ປະກອບການຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ໂຈະຊົ່ວຄາວ ກ່ຽວກັບການສະເໜີນຳເຂົ້າແຮງງານລາວ ແລະ ຕ່າງປະເທດ ເພື່ອເຂົ້າມາເຮັດວຽກຢູ່ແຂວງບໍ່ແກ້ວຊົ່ວຄາວ, 2. ບໍລິສັດໂຄງການລົງທຶນຕ່າງໆ ທີ່ໄດ້ຮັບການອະນຸມັດນຳເຂົ້າແຮງງານ (ໂກຕ້າ) ກໍໃຫ້ໂຈະການນຳເຂົ້າແຮງງານ 3. ມອບໃຫ້ເຈົ້າໜ້າທີ່, ຂະແໜງການທີ່ກ່ຽວຂ້ອງ ທີ່ປະຈຳຢູ່ແຕ່ລະດ່ານ ໃນການນໍາເຂົ້າແຮງງານລາວ ແລະ ຕ່າງປະເທດ ໃຫ້ມີການກວດກາເຄັ່ງຂັດຢ່າງລະອຽດ …
Read More »ດ່ວນ! ມີເດັກນ້ອຍຈົມນໍ້າ ຢູ່ນ້ຳຮຸ່ງ ເມືອງໄຊຍະບູລີ
ວັນທີ 30 ກັນຍາ 2021 ກູ້ໄພ 1624 ແຂວງໄຊຍະບູລີ ໄດ້ຮັບລາຍງານ ມີເດັກນ້ອຍ ເພດຊາຍ ອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ ເມືອງໄຊຍະບູລີ ດັ່ງນັ້ນເຈົ້າໜ້າທີ່ຈິງໄດ້ປະຕິບັັດການຄົ້ນຫາເດັກນ້ອຍອາຍຸ 10 ປີ ຈົມນໍ້າຮຸ່ງ ທີ່ເມືອງໄຊຍະບູລີ. ປະຈຸບັນເຈົ້າໜ້າທີ່ພວມແຍກກັນອອກຄົ້ນຫາ ແລະປະຕິບັດທຸກວິທີທາງເພື່ອໄວຕໍ່ການຄົ້ນຫາ. ຂໍໃຫ້ພົບນ້ອງໄວໆນີ້. ລາຍລະອຽດຈະລາຍງານພາຍຫຼັງ
Read More »