ລາຄາໝູແພງ, ໝູຂາດຕະຫຼາດ ແຕ່ບັນດາບໍລິສັດຂາຍໝູ ຂາຍໄກ່ ຍັງມີກຳໄລມະຫາສານທາເກັດຂໍນຳສະເໜີ ລາຍຮັບ ແລະ ກຳໄລຂອງບັນດາບໍລິສັດ ຂາຍໝູຂາຍໄກ່ຂອງໄທ. ທີ່ປະຊາຊົນລາວ ສ່ວນຫຼາຍຮູ້ຈັກດີ ແລະ ໄດ້ຊົມໃຊ້ບັນດາສິນຄ້າຕ່າງໆ ຂອງເຂົາເຈົ້າ. ໃນເມື່ອໝູແພງ ໝູຂາດຕະຫຼາດແບບນີ້ ພວກເຂົາຈະຍັງມີລາຍຮັບແນວໃດ ຈະຂາດທຶນຫຼືບໍ?1. CPFທ່ານ ປະສິດ ບຸນດວງປະເສີດ ประสิทธิ์ บุญดวงประเสริฐ, ຫົວຫນ້າບໍລິຫານບໍລິສັດທຸລະກິດ ອາຫານ, ລ້ຽງສັດ ແລະ ການປຸງແຕ່ງອາຫານ ແລະ ອາຫານສັດມູນຄ່າຂອງບໍລິສັດ (26 ມັງກອນ 2022) 221,739 ລ້ານບາດ(ລາຍຮັບທັງໝົດ ໃນ 9 ເດືອນຕົ້ນປີ 2021) 378,455 ລ້ານບາດກໍາໄລສຸດທິ 6,308 ລ້ານບາດອັດຕາສ່ວນລາຍຮັບ ຈາກຂະແໜງຕ່າງໆ (ຂໍ້ມູນ 2020)ທຸລະກິດລ້ຽງສັດ ແລະ ປຸງແຕ່ງອາຫານ 45% ທຸລະກິດອາຫານສັດ …
Read More »Monthly Archives: January 2022
ໂຈນ ຂື້ນໄປປີນເທີງດາດຟ້າຫວັງຈະເຂົ້າໄປລັກຂອງໃນຮ້ານຂາຍໂທລະສັບແຕ່ເກີດເຫດບໍ່ຄາດຄິດ
ໂຈນ ຂື້ນໄປປີນເທີງດາດຟ້າຫວັງຈະເຂົ້າໄປລັກຂອງໃນຮ້ານຂາຍໂທລະສັບແຕ່ເກີດເຫດບໍ່ຄາດຄິດຫົວຕິດເອົາອອກບໍ່ໄດ້ພໍຕອນເຊົ້າ ເຈົ້າຂອງຮ້ານເປີດຮ້ານເຫັນເກາະຄ້າງຮ້ອງຂໍຄວາມຊ່ວຍເຫຼືອຈົນເຈົ້າໜ້າທີ່ຕ້ອງມາຊ່ວຍແງະເອົາອອກມາເຊີ່ງມີອ້າຍໆຕໍາຫຼວດຄ່ອຍສົ່ງກຳລັງໃຈໃຫ້ຢູ່ຂ້າງໆ 😅
Read More »ຂອບໃຈມາຍັງທຸກທ່ານສຳລັບຄວາມອົດທົນຕະຫຼອດ 72 ຊົ່ວໂມງທີ່ຜ່ານມາເພື່ອລໍຖ້າການອັບເດດກ່ຽວກັບລີງນ້ອຍ ແລະ ຄ່າງ
ກ່ອນອື່ນ, ພວກເຮົາຕ້ອງຂໍສະແດງຄວາມຂອບໃຈມາຍັງທຸກທ່ານສຳລັບຄວາມອົດທົນຕະຫຼອດ 72 ຊົ່ວໂມງທີ່ຜ່ານມາເພື່ອລໍຖ້າການອັບເດດກ່ຽວກັບລີງນ້ອຍ ແລະ ຄ່າງນ້ອຍສອງໂຕທີ່ທາງທີມງານຂອງພວກເຮົາໄດ້ກູ້ໄພມາໃໝ່. ພວກເຮົາຕ້ອງຂໍອະໄພໃນການອັບເດດລ່າຊ້າ ອັນເນື່ອງຈາກການກູ້ໄພສັດປ່າແຕ່ລະຄັ້ງແມ່ນພວກເຮົາໄດ້ເນັ້ນໃສ່ສະຫວັດດີການສັດປ່າ ດັ່ງນັ້ນ, ຈຶ່ງເຮັດໃຫ້ພວກເຮົາບໍ່ມີເວລາມາຕອບຂໍ້ຄວາມຈຳນວນຫຼວງຫຼາຍທີ່ໄດ້ຖາມເຂົ້າມາໃນໂຊເຊຍມີເດຍຂອງພວກເຮົາ. ແຕ່ຢ່າງໃດກໍຕາມ, ພວກເຮົາຂໍໃຫ້ທ່ານກະລຸນາອ່ານໂພສຂ້າງລຸ່ມນີ້ທັງໝົດກ່ອນ ເພື່ອທ່ານຈະໄດ້ເຂົ້າໃຈເຖິງສະຖານະການຢ່າງເຕັມສ່ວນ. ອັນທີສອງ, ພວກເຮົາຂໍແຈ້ງໃຫ້ທຸກຄົນຊາບວ່າລີງນ້ອຍສອງໂຕນີ້ມີສຸຂະພາບແຂງແຮງດີ. ພວກມັນທັງສອງປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ຢ່າງໄວວາ, ກິນອາຫານດີ ແລະ ມີຄວາມສຸກກັບການຢອກເຢີ້ຍ. ສຸດທ້າຍນີ້, ພວກເຮົາຂໍຕອບຂໍ້ກັງວົນໃຈຂອງທຸກຄົນທີ່ໄດ້ຂຽນຢູ່ໃນຂໍ້ຄວາມ ຫຼື ຄອມເມັ້ນດັ່ງນີ້:ພວກເຮົາເຂົ້າໃຈດີວ່າຜູ້ດູແລສັດທັງສອງໂຕນີ້ມັກຮັກພວກມັນຫຼາຍຕະຫຼອດຈົນເຖິງ FC ຫຼາຍທ່ານທີ່ຕິດຕາມພວກມັນໃນໂຊເຊຍມີເດຍ. ການເຮັດໃຫ້ຄົນມີຄວາມໂສກເສົ້າບໍ່ແມ່ນພາລະກິດຂອງພວກເຮົາ ແຕ່ພວກເຮົາກໍ່ເຊື່ອໝັ້ນວ່າສັດປ່າຄວນໄດ້ຮັບຄວາມເປັນອິດສະຫຼະໃນການດຳລົງຊີວິດຢູ່ໃນສະພາບການທີ່ພວກມັນສາມາດປະພຶດຕົນໄດ້ຢ່າງເປັນທຳມະຊາດທີ່ສຸດ. ໃນກໍລະນີຂອງສັດສອງໂຕນີ້, ພວກມັນຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງເປັນທຳມະຊາດ ແລະ ຢູ່ຮ່ວມກັບສະມາຊິກໃນສາຍພັນດຽວກັນ. ພວກເຮົາຮູ້ວ່າພວກທ່ານຫຼາຍຄົນເຊື່ອວ່າພວກເຮົາຈະປ່ອຍສັດສອງໂຕນີ້ກັບຄືນສູ່ປ່າ ໂດຍບໍ່ກັງວົນເຖິງຊີວິດຄວາມເປັນຢູ່ຂອງພວກມັນ. ພວກເຮົາຕ້ອງການໃຫ້ມີຄວາມຊັດເຈນວ່າສັດປ່າທຸກໂຕທີ່ເຂົ້າມາໃນໂປຣແກຼມຂອງພວກເຮົາຕ້ອງເປັນໄປຕາມເງື່ອນໄຂທີ່ກຳນົດໄວ້ກ່ອນ ພວກເຮົາຈຶ່ງສາມາດຮັບປະກັນໄດ້ວ່າພວກມັນມີຊີວິດຢູ່ລອດໃນທຳມະຊາດ. ປັດຈຸບັນນີ້ພວກເຮົາກໍ່ມີສັດສາຍພັນດຽວກັນກັບສັດສອງໂຕນີ້ຢູ່ໃນສູນ ເຊິ່ງພວກມັນບໍ່ໄດ້ເປັນໄປຕາມເງື່ອໄຂທີ່ກຳນົດໄວ້ໃນການປ່ອຍຄືນສູ່ປ່າ ສະນັ້ນ, ພວກມັນຈຶ່ງໄດ້ຢູ່ໃນສູນມູນນິທິ ອະນຸລັກ ສັດປ່າ ລາວ ນີ້ຕະຫຼອດຊີວິດ ແລະ ກໍ່ຈະໄດ້ກາຍເປັນຄອບຄົວດຽວກັນກັບລີງນ້ອຍທັງສອງໂຕນີ້. ສັດທຸກໂຕຂອງພວກເຮົາ ລວມທັງລີງນ້ອຍສອງໂຕນີ້ ໄດ້ຮັບການດູແລຈາກສັດຕະວະແພດລະດັບໂລກ, ສັດທຸກໂຕມີຊີວິດທີ່ດີຢູ່ຮ່ວມກັບສາຍພັນສັດດຽວກັນ ແລະ …
Read More »ປະກາດຫາກະເປົາເຮ່ຍ
ປະກາດຫາກະເປົາເຮ່ຍຢູ່ໃນກະເປົາມີບັດປະກັນສັງຄົມ ແລະ ບັດອື່ນໆລວມມີ4ບັດຢູ່ໃນກະເປົາ. ຖ້າຜູ້ໃດຫາກເກັບໄດ້ກະລຸນາສົ່ງຄືນແດ່ເນີ.ເບີ້ຕິດຕໍ່.99977765ຈະສົມມະນາຄຸນ ທີ່ມາ
Read More »ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ
ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນໃນວັນທີ 30 ມັງກອນ 2022 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ກໍາະມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ກໍຄືການນໍາແຂວງໄຊສົມບູນ ຈົ່ງສືບຕໍ່ປຸກລະດົມປະຊາຊົນ ໃຫ້ຫັນມາຢຶດຖືອາຊີບການປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ໃຫ້ນັບມື້ນັບຫລາຍ ເພື່ອຫລຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ, ພ້ອມທັງເອົາໃຈໃສ່ຊອກຫາແນວພັນພືດທີ່ດີ ເພື່ອສະໜອງໃຫ້ປະຊາຊົນປູກ ຄຽງຄູ່ກັບການຈັດຝຶກອົບຮົມແນະນໍາເຕັກນິກວິຊາການ ກ່ຽວກັບການປູກ-ການລ້ຽງ ແລະ ວິທີການປົກປັກຮັກສາຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບໝາກຜົນດີຂຶ້ນກ່ວາເກົ່າ, …
Read More »ຄົນລາວທີ່ດໍາລົງຊີວິດຢູການາດາໂຊກດີຖືກເລກລາງວັນ 1.000.000 ໂດລາ
ຂ່າວຈາກ CTV News Edmonton ໃນວັນທີ 28 ມັງກອນ 2022. ໃຫ້ຮູ້ວ່າ. ທ່ານ ເບ ສູນດາລາ ທີ່ຄົນການາດາ ເຊື້ອສາຍລາວ ທີ່ເມືອງ Edmonton ໄດ້ຖືກເລກ ລາງວັນ 1 ລ້ານໂດລາ ທີ່ ອອກໃນວັນທີ 8 ມັງກອນ 2022 ຜ່ານມາ. An Edmonton man plans to pay off his mortgage, help his family and go on a vacation after claiming $1 million that he won …
Read More »ຍາດອັງເປົາຈົນເກີດເຫດຕີກັນຍ້ອນອັງເປົາ 50.000 ກີບ 🙄
ໃຫ້ພາບມັນບັນຍາຍເອງເດີ້:😀 ເດືອດແຮງ.ຍາດອັງເປົາຈົນເກີດເຫດຕີກັນຍ້ອນອັງເປົາ 50.000 ກີບ 🙄 😆.. ຊົມຄຼິບ.
Read More »ກ່ອນນອນຄືນນີ້ ລອງເອົາໜາກນາວມາວາງໄວ້ເທິງຫົວຕຽງ 3 ໜ່ວຍ ຮັບຮອງວ່າດີກວ່າທີ່ຄິດ
ເຊື່ອກັນວ່າໝາກນາວເປັນພືດພື້ນບ້ານ ຫຼາຍຄົນອາດຍັງບໍ່ຮູ້ການໃຊ້ປະໂຫຍດຈາກໜາກນາວ ແກ້ລົມກອງລະອຽດ, ແກ້ເສມຫະ ໃຊ້ປຸງຢາຫອມແກ້ທາງລົມ ໝາກນາວມີເປືອກທີ່ແຊບໃນແບບຕົວເອງ ແລະ ມີກີ່ນຫອມເປັນເອກະລັກໃນແບບຂອງມັນເອງ ໃຜທີ່ນອນບໍ່ຄ່ອຍຫຼັບກໍ່ເອົາໝາກນາວ 3 ໜ່ວຍມາວາງໄວ້ຂ້າງຕຽງຈະຊ່ວຍດູດສິ່ງດີເຂົ້າມາ ແລະ ຂັບໄລ່ສິ່ງບໍ່ດີອອກໄປ ກ່ອນຈະວາງກໍ່ຜ່າໝາກນາວແຕ່ລະໜ່ວຍອອກເປັນ 4 ປ່ຽນ (ຕາມຮູບ) ແລ້ວແຊ່ເກືອ ເອົາມາວາງໄວ້ກ້ອງຕຽງກໍ່ໄດ້ ບູຮານເຊື່ອກັນວ່າໄລ່ສິ່ງຊົ່ວຮ້າຍອອກໄປໄດ້ 3 ປະໂຫຍດດີໆຈາກໜາກນາວ – ໜາກນາວເຫຼືອຈາກການບີບເອົານໍ້າອອກໂຍນໄວ້ຕາມມູນຫ້ອງນໍ້າ, ມູມບ້ານຈະຊ່ວຍຫຼຸດກິ່ນອັບໄດ້ດີ ສຳລັບໃຜທີ່ມີບັນຫາໃນການນອນຫຼັບ ແຕ່ລະຄືນລອງເອົາໝາກນາວມາເປັນຕົວຊ່ວຍ ຊຶ່ງໝາກນາວຫາໄດ້ທົ່ວໄປຕາມຕະຫຼາດ ແລະ ຄວນມີຕິດບ້ານໄວ້ກໍ່ດີ -ນໍ້າໝາກນາວບີບໃສ່ຖ້ວຍປະສົມກັບນໍ້າອຸ່ນແລ້ວວາງໄວ້ຫ້ອງແອຈະເຮັດໃຫ້ອາກາດບໍລິສຸດຫຼາຍຂຶ້ນ ມີກິ່ນຫອມປອດໂປ່ງຫາຍໃຈສະດວກນອນຫຼັບສະບາຍ -ນໍ້າໝາກນາວໜຶ່ງໜ່ວຍປະສົມນໍ້າອຸ່ນຕື່ມເກືອໜ່ອຍໜຶ່ງ, ນໍ້າເຜິ້ງເຄິ່ງບ່ວງກາເຟປະສົມໃຫ້ເຂົ້າກັນດື່ມກ່ອນນອນເປັນປະຈຳຊ່ວຍໃຫ້ນອນຫຼັບລຶກຫຼັບສະບາຍຂຶ້ນ ແຫຼ່ງທີ່ມາ: krustory, th.wikipedia.org
Read More »ເກີດອຸບັດຕິເຫດ ລົດຂົນເຄື່ອງ ເສຍຫຼັກໄຫຼລົງຂ້າງທາງ
ເກີດອຸບັດຕິເຫດ ລົດຂົນເຄື່ອງ ເສຍຫຼັກໄຫຼລົງຂ້າງທາງ ເກີດອຸບັດຕິເຫດ ລົດຂົນເຄື່ອງ ເສຍຫຼັກໄຫຼລົງຂ້າງທາງ! ເສັ້ນທາງ ເມືອງນາແລ ແຂວງວັງນໍ້າມາ, ບ່າຍວັນທີ່ 30/1/2022. ໂຊກດີທີ່ທຸກຄົນປອດໄພ.. ຊົມຄລິບ
Read More »ຊົມເຊີຍ👏👏 ແຂວງໄຊສົມບູນ ຈັດເກັບລາຍຮັບບັນລຸ 613,90 ຕື້ກີບ,
ຊົມເຊີຍ👏👏 ແຂວງໄຊສົມບູນ ຈັດເກັບລາຍຮັບບັນລຸ 613,90 ຕື້ກີບ, ເກີນແຜນ 221,62 ຕື້ກີບເມື່ອບໍ່ດົນມານີ້ ພະແນກການເງິນແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນຮອບດ້ານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນແຂວງ, ມີບັນດາກົມກອງ, ພະແນກການ, ຫ້ອງການການເງິນ 5 ເມືອງ ແລະ ພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໃນກອງປະຊຸມ, ທ່ານ ແສງຈັນ ປະເສີດກຸນ ຮອງພະແນກການເງິນແຂວງ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາ ພະແນກການເງິນແຂວງໄຊສົມບູນ ໄດ້ເອົາໃສ່ຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2021 ຢ່າງຕັ້ງໜ້າໂດຍສະເພາະແມ່ນສຸມໃສ່ຈັດຕັ້ງປະຕິບັດດຳລັດເລກທີ 414/ລບ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອເຮັດໃຫ້ການຈັດເກັບລາຍຮັບ …
Read More »